ສະຫຼຸບການຈັດຕັ້ງປະຕິບັດວຽກງານຊັບພະຍາກອນທຳມະຊາດ ແລະ ສີ່ງແວດລ້ອມປະຈຳປີ 2023 ແລະ ວາງທິດທາງແຜນການປະຈໍາປີ 2024
- Details
ວັນທີ 28 ກຸມພາ 2024 ນີ້, ພະແນກຊັບພະຍາກອນທຳມະຊາດ ແລະ ສີ່ງແວດລ້ອມແຂວງຫົວພັນ ໄດ້ສະຫຼຸບການຈັດຕັ້ງປະຕິບັດວຽກງານຊັບພະຍາກອນທຳມະຊາດ ແລະ ສີ່ງແວດລ້ອມປະຈຳປີ 2023 ແລະ ວາງທິດທາງແຜນການປະຈໍາປີ 2024 ຢູ່ທີ່ຫ້ອງປະຊຸມຫໍວັດທະນະທຳແຂວງ ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ຄຳແພງ ໄຊສົມແພງ ເຈົ້າແຂວງໆຫົວພັນ ແລະ ເປັນປະທານຂອງທ່ານ ພອນສຸກ ອິນທະວົງ ຮອງເຈົ້າແຂວງໆຫົວພັນ ມີຫົວໜ້າ - ຮອງຫົວໜ້າພະແນກການ, ເຈົ້າເມືອງ, ຮອງເຈົ້າເມືອງ, ຫົວໜ້າ, ຮອງຫົວໜ້າຫ້ອງການຊັບພະຍາກອນແລະ ສີ່ງແວດລ້ອມ 10 ເມືອງ ພ້ອມດ້ວຍແຂກຖືກເຊີນຈາກພາກສ່ວນກ່ຽວຂ້ອງຂັ້ນແຂວງ, ຫົວໜ້າ, ຮອງຂະແໜງການ ພ້ອມດ້ວຍ ພະນັກງານວິຊາການເຂົ້າຮ່ວມ.
Read more: ສະຫຼຸບການຈັດຕັ້ງປະຕິບັດວຽກງານຊັບພະຍາກອນທຳມະຊາດ ແລະ ສີ່ງແວດລ້ອມປະຈຳປີ 2023 ແລະ...
ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງຫົວພັນ ລົງສະໂຄສະນາສ້າງຈິດສຳນືກດ້ານວຽກງານສິ່ງແວດລ້ອມໃຫ້ແກ່ນ້ອງໆນັກຮຽນ ມສ ພັນຊຳ
- Details
ໃນຕອນບ່າຍວັນທີ 23 ມີນາ 2022ນີ້ ຄະນະທີມງານໂຄສະນາສ້າງຈິດສຳນືກຂອງຂະແຫນງສິ່ງແວດລ້ອມ ແລະ ການປ່ຽນແປງດິນຟ້າອາກາດ ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງຫົວພັນໄດ້ລົງໂຄສະນາປຸກຈິດສຳນືກດ້ານສິ່ງແວດລ້ອມໃຫ້ແກ່ນ້ອງນັກຮຽນຢູ່ໂຮງຮຽນ ມສ ພັນຊຳ ເຊິ່ງການໂຄສະນາໄດ້ນຳເອົາຄວາມໝາຍຄວາມສຳຄັນຂອງສິ່ງແວດລ້ອມເຊັ້ນ:
Read more: ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງຫົວພັນ...
ສຳເລັດການລົງຕິດຕາມກວດກາ ໂຄງການກໍ່ສ້າງຕິດຕັ້ງລະບົບເຕື່ອນໄຟນໍ້າຖ້ວມສຸ ຢູ່ເມືອງຊໍາເໜືອແຂວງຫົວພັນ
- Details
ໂຄງການກໍ່ສ້າງຕິດຕັ້ງລະບົບເຕື່ອນໄຟນໍ້າຖ້ວມສຸ ຢູ່ເມືອງຊໍາເໜືອແຂວງຫົວພັນໄດ້ເລີມລົງມືກໍ່ສ້າງ ແລະ ຕັ້ງມາແຕ່ວັນທີ 3-11 ມີນາ 2022ນີ້. ໄດ້ສໍາເລັດ ລວມມູນຄ່າການກໍ່ສ້າງ ທັງໝົດ 8 ແສນໂດລາສາຫະລັດ ເຊີ່ງໂຄງການດັ່ງກ່າວແມ່ນໄດ້ຮັບການສະນັບສະໜູນຊ່ວຍເຫຼືອລ້າຈາກ ລັດຖະບ້ານເກົາຫຼີ ແລະ ບໍລິສັດອານາຈັກ ພັດທະນາກໍ່ສ້າງຈໍາກັດເປັນຜູ້ຮັບເໝົາກໍ່ສ້າງ.ສະນັ້ນມາໃນຕອນບ່າຍວັນທີ 16 ມີນາ 2022 ນີ້ຄະນະຊຽ່ວຊ່ານ ເກົາຫຼີ, ກົມອຸຕຸນິຍົມ ແລະ ອຸທົກກະສາດກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມສົມທົບກັບພະແນກແນກຊັບພະຍາກອນທໍາມະຊາດ ແລະ ສິງແວດລ້ອມ, ພາກສ່ວນທີ່ກຽ່ວຂອງຂອງແຂວງ ເມືອງຊໍາເໜືອ ໄດ້ລົງກວດກາການກໍ່ສ້າງຕິດຕິດອຸປະກອນລະບົບເຕື່ອນໄຟນໍ້າຖ້ວມສຸ ຢູ່ເມືອງຊໍາເໜືອ ເຊີ່ງມີເຄື່ອງວັດແທກປະລີມານນໍາຝົນ 3 ຈຸດຄື: ຈຸດບ້ານຫົວຊຽງ, ຈຸດບ້ານມວນຄຸ້ມນາເຮືອງ ແລະ ຈຸດສຸສານທະຫານບ້ານຫົວຄັງ, ເຄື່ອງວັດແທກລະດັບນໍ້າ ແລະ ນໍາຝົນຢູ່ຮ່ວມກັນມີຄື: ຈຸດຂົວນໍ້້າຊໍາ ບ້ານຖໍ້າ, ຂົວນໍ້າຊໍາບ້ານກໍ່, ຈຸດຂົວນໍ້າຮັງບ້ານກ້ານ, ຈຸດຂົວນໍ້າຊໍາ3ບ້ານພັນໄຊ, ຈຸດຂົວນໍ້າສວນບ້ານນາທອງ ແລະ ເສົາເຕື່ອໄຟນໍ້າຖ້ວມມີ 5 ຈຸດຄື: ຈຸດຫ້ອງການ ປກສ ເມືອງຊໍາເໜືອ, ຈຸດຫ້ອງການກອງກວດກາພາສີ, ຈຸດສົນຂົວນໍ້າຊໍາ 5 ບ້ານນາສະກາງ, ຈຸດບ້ານມີສຸກ, ຈຸດດິນລວມບ້ານນາວຽງ ຜ່ານການລົງກວດກາເຫັນຫານຕິດຕັ້ງລະບົບອຸປະກອນຖຶກຕ້ອງຕາມຫຼກການ ມາດ ຖານເງື່ອນໄຂເຕັກນິກຂອງຊຽ່ວຊານ ສເກົາລີໄດ້ວາງອອກ ພາຍຫຼັງສໍາເລັດການກວດກາດ້ານເຕັກເຕັກນິກການຕິດຕັ້ງແລ້ວ
ຮອງລັດຖະມົນຕີກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ພົບປະໂອລົມ ພະນັກງານລັດຖະກອນພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແຂວງຫົວພັນ
- Details
ໃນໂອກາດ ທ່ານ ປອ ໄຊນະຄອນ ອິນທະວົງ ຮອງລັດຖະມົນຕີ ກະຊວງ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ພ້ອມຄະນະ ມາເຄື່ອນໄຫວເຮັດວຽກຢູ່ແຂວງຫົວພັນໃນຄັ້ງນີ້;ຕອນເຊົ້າວັນທີ 19 ມີນາ 2022 ນີ້. ທ່ານໄດ້ເຂົ້າຢຽ້ມຢາມພົບປະໂອລົມ ຄະນະພັກ,ສະມາຊິກພັກ ພະນັກງານລັດຖະກອນ ພະແນກ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແຂວງຫົວພັນ ຢູ່ທີ່ຫ້ອງປະຊຸມ ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແຂວງ ໂດຍ ມີ ທ່ານ ສໍສະຫວັນ ບານຄໍາມີ ຫົວໜ້າພະແນກ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງຫົວພັນ ມີຫົວໜ້າ ຮອງຫົວໜ້າຂະແໜງການ, ການນໍາເມືອງຊໍາເໜືອ ຫ້ອງານ ຊສ ເມືອງຊຳເໜືອຕະຫຼອດຮອດພະນັກງານວິຊາການ ພາຍໃນພະແນກ ເຂົ້າຮ່ວມ.
Read more: ຮອງລັດຖະມົນຕີກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ພົບປະໂອລົມ...
ຮອງເລຂາພັກແຂວງ ແຂວງຫົວພັນ ຕ້ອນຮັບການເຂົ້າພົບປະ ຂອງທ່ານ ຮອງລັດຖະມົນຕີກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ
- Details
ຕອນບ່າຍ ວັນທີ 18 ມີນາ 2022 ນີ້. ທ່ານ ເພີດມາ ປັນຍາ ຮອງເລຂາພັກແຂວງ ແຂວງຫົວພັນ ໄດ້ໃຫ້ກຽດຕ້ອນຮັບ ການມາພົບປະຢຽ້ມຢາມ ແລະ ເຄື່ອນໄຫວເຮັດວຽກຢູ່ແຂວງຫົວພັນ ຂອງທ່ານ ປອ ໄຊນະຄອນ ອິນທະວົງ ຮອງເລຂາຄະນະພັກ ຮອງລັດຖະມົນຕີ ກະຊວງຊັບພະຍາ ກອນທໍາມະຊາດ ແລະ ສິ່ງແວດລ້ອມ ພ້ອມດ້ວຍຄະນະ ຢູ່ທີ່ຫ້ອງຮັບແຂກ ຫໍ້ແກ້ວແຂວງຫົວພັນ ໂດຍມີຈຸດປະສົ່ງເພື່ອລາຍງານການມາຢ້າມຢຽມເຮັດວຽກຂອງຄະນະທີມງານໃນຄັ້ງນີ້ໃຫ້ທ່ານຮອງເລຂາພັກແຂວງຫົວພັນໄດ້ຮັບຊາບ ຕົ້ນຕໍ່ແມ່ນການມາເກັບກໍາຂໍ້ມູນ ແລະ ສຶກສາດ້ານທ່າແຮງ ຂອງແຂວງຫົວພັນ, ຊອກຮູ້ສະພາບການພັດທະນາເສດຖະກິດ-ສັງຄົມ, ຕິດຕາມກວດກາ ບັນດາ ໂຄງການທີ່ກຽ່ວຂອງກັບທີ່ດິນທີ່ຖືກຜົນກະທົບຕໍ່ສິ່ງແວດລ້ອມຢູ່ແຂວງຫົວພັນເພື່ອຊອກຫາວິທີແກ້ໄຂໃນຕໍ່ໜ້າ.
Page 1 of 17