ກອງປະຊຸມຕີລາຄາແບ່ງເພດປະເມີນໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈຳປີ 2020 ໜ່ວຍພັກ ສິ່ງແວດລ້ອມ ໄດ້ດຳເນີນເປັນເວລາ  1 ຕອນ ຂອງວັນທີ 17 ທັນວາ 2020 ທີ່ຫ້ອງປະຊຸມຂອງຕົນ, ພາຍໃຕ້ການເປັນປະທານຂອງສະຫາຍ ປອ ຄອນເສີດ ດອນວິໄຊ  ຄະນະພັກຮາກຖານ, ມີສະຫາຍ ແກ້ວປະສິດ ນຶກມະນີວົງ ເລຂາໜ່ວຍພັກສິ່ງແວດລ້ອມ, ມີຜູ້ຕາງໜ້າຈາກ ກວດກາ, ຄະນະໂຄສະນາອົບຮົມແຂວງ,ມີເລຂາຄະນະໜ່ວຍພັກທີ່ດິນ, ໜ່ວຍພັກບໍລິຫານ, ສະມາຊິກພັກສົມບູນ ແລະ ສຳຮອງເຂົ້າຮ່ວມ 20ກ່ວາ ສະຫາຍ.

ຈຸດປະສົງຕີລາຄາຄືນຍົກໃຫ້ເຫັນດ້ານດີຜົນງານການນຳພາຊີ້ນຳຂອງພັກໃນໄລຍະ 1 ປີຜ່ານມາ ແລະ ວາງທິດທາງແຜນການຕໍ່ໜ້າ, ຜ່ານໃບສຳຫຼວດກວດກາຕົນເອງ, ຕຳນິກໍ່ສ້າງເຊິ່ງກັນ ແລະ ກັນ ເພື່ອພ້ອມກັນກ້າວໜ້າໃນໜ້າທີ່ວຽກງານ ພ້ອມນີ້ສະມາຊິກພັກໄດ້ລົງຄະແນນປິດລັບໃຫ້ໜ່ວຍພັກ ແລະ ບຸກຄົນ.