ວັນທີ 29 - 31 ມີນາ 2021 ຜ່ານມານີ້, ທີມງານ ໂຄສະນາສ້າງຈິດສໍານຶກ ດ້ານສິ່ງແວດລ້ອມ ຂັ້ນແຂວງ ສົມທົບຫ້ອງການຊສ ເມືອງວຽງໄຊ, ອຳນາດການປົກຄອງບ້ານ, ໂຮງຮຽນ ເພື່ອຈັດຕັ້ງເຜີຍແຜ່ສ້າງຈິດສຳນຶກດ້ານສິ່ງແວດລ້ອມ ຢູ່ທີ່ສະໂມສອນບ້ານ ບັກ, ບ້ານາໄກ່, ບ້ານລ້ອງກູ້, ບ້ານວຽງໄຊ,ບ້ານພູໄຊ ແລະໂຮງຮຽນສາມັນກິນນອນຊົນເຜົ່າ ເມືອງວຽງໄຊ , ໂດຍການເຂົ້າຮ່ວມຂອງທ່ານ ສີປະເສີດ ສີສົມບັດ ຮອງຫົວໜ້າຂະ ແໜງ ສິ່ງແວດລ້ອມ ພະແນກ ຊສ ແຂວງ, ມີທ່ານ ແສງເງິນ ແຜງພູວັນ ຮອງຫົວໜ້າຫ້ອງການ ຊສ ເມືອງວຽງໄຊ ມີພາກສ່ວນທີ່ກ່ຽວຂັ້ນແຂວງ, ເມືອງວຽງໄຊ ພ້ອມດ້ວຍອຳນວຍການໂຮງຮຽນ, ອຳນາດການປົກຄອງບ້ານ ແລະ ປະຊາຊົນພາຍໃນ 5 ບ້ານ ແລະ 1ໂຮງຮຽນ ເຂົ້າຮ່ວມ 882 ຍິງ 390ຄົນ.

ໃນກອງປະຊຸມຜູ້ເຂົ້າຮ່ວມໄດ້ຮັບຟັງການເຜີຍແຜ່ ຂໍ້ຕົກລົງ ຂອງທ່ານ ເຈົ້າແຂວງ ສະບັບເລກ 1381/ຈຂ ລົງວັນທີ 14 ພະຈິກ 2019 ວ່າດ້ວຍການຈັດຕັ້ງປະຕິບັດວຽກງານຂຽວ ສະອາດ ງາມຕາ; ຄວາມຮູ້ພື້ນຖານກ່ຽວກັບວິທີການກຳຈັດຂີ້ເຫຍື້ອ ລະດັບຄອບຄົວ ເພື່ອເປັນການປູກຈິດສຳນຶກດ້ານສິ່ງແວດ ລ້ອມ ໃຫ້ປະຊາຊົນພາຍໃນບ້ານ ແລະ ໂຮງຮຽນ ເປັນເຈົ້າການໃນການປົກປັກຮັກສາສິ່ງແວດລ້ອມ, ການກຳຈັດຂີ້ເຫຍື້ອໃນຄົວເຮືອນ, ເພື່ອສ້າງບ້ານກໍ່ຄືເມືອງວຽງໄຊ ໃຫ້ເປັນເມືອງທີ່ຂຽວສະອາດງາມຕາ, ຮັບປະກັນການພັດທະນາຕົວເມືອງໃຫ້ມີຄວາມຍືນຍົງທາງດ້ານສິ່ງແວດລ້ອມ, ແນ່ໃສ່ເຮັດໃຫ້ການພັດທະ ນາດ້ານສິ່ງແວດລ້ອມມີຄວາມຖືກຕ້ອງຕາມທິດທາງນະໂຍບາຍຂອງພັກ - ລັດ, ສ້າງເມືອງວຽງໄຊໃຫ້ມີຄຸນນະພາບສີ່ງແວດລ້ອມທີ່ດີ, ຊ່ວຍຫຼຸດຜ່ອນບັນຫາມົນລະຜິດ, ສານເຄມີ ແລະ ສິ່ງເສດເຫຼືອທີ່ເປັນອັນຕະລາຍຕໍ່ສຸຂະພາບ, ເພື່ອສ້າງເມືອງວຽງໄຊເປັນເມືອງທ່ອງທ່ຽວ ສະອາດ ຂອງອາຊຽນ ແລະ ສ້າງແຂວງຫົວພັນໃຫ້ກາຍເປັນແຂວງທີ່ຂຽວສະອາດງາມຕາ.