ຕອນເຊົ້າ ວັນທີ 26 ກຸມພາ 2021 ນີ້, ພະແນກຊັບພະຍາກອນທໍາມະຊາດ ແລະ ສີ່ງແວດລ້ອມແຂວງຫົວພັນໄດ້ຈັດກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານຮອບດ້ານປະຈຳປີ 2020 ແລະ ວາງທິດທາງແຜນການປີ 2021 ຢູ່ທີ່ຫ້ອງປະຊຸມພະແນກຂອງຕົນ ໂດຍການເປັນປະທານຂອງທ່ານ ສະຖຽນ ວັນນະສຸກ ກຳມະການພັກແຂວງ ຫົວໜ້າພະແນກຊັບພະຍາກອນທໍາມະຊາດ ແລະ ສີ່ງແວດລ້ອມ ແຂວງ, ມີຫົວໜ້າຮອງຫົວໜ້າພະແນກການທີ່ກຽ່ວຂ້ອງ ຂັ້ນແຂວງ ເຈົ້າເມືອງ ຮອງເຈົ້າເມືອງ, ຫົວໜ້າຫ້ອງການ ຊັບພະຍາກອນທໍາມະຊາດ ແລະ ສີ່ງແວດລ້ອມ 10 ເມືອງທົ່ວແຂວງ,ແຂກຖືກເຊີນ ພ້ອມດ້ວຍພະນັກງານລັດຖະກອນພາຍໃນພະແນກ ຊັບພະຍາກອນທໍາມະຊາດ ແລະສີ່ງແວດລ້ອມ ແຂວງເຂົ້າຮ່ວມນຳ 66 ທ່ານ, ຍິງ 21.

ໃນກອງປະຊຸມ ທ່ານ ພວງແສງ ໄຊຍະສິດ ຮອງຫົວໜ້າພະແນກ ຊັບພະຍາກອນທໍາມະຊາດ ແລະ ສີ່ງແວດລ້ອມ ແຂວງໄດ້ຜ່ານບົດສະຫຼຸບການຈັດຕັ້ງປະຕິບັດວຽກງານປະຈໍາປີ 2020 ແລະ ທິດທາງແຜນການປີ 2021 ເຊິ່ງໄດ້ຍົກໃຫ້ເຫັນຫຼາຍດ້ານທີ່ສໍາຄັນນັບທັງຜົນງານທີ່ຜົນເດັ່ນ ແລະ ຂໍ້ຄົງຄ້າງທີ່ຈະຍັງໄດ້ສືບຕໍ່ປັບປຸງແກ້ໄຂໃນຕໍ່ໜ້າພະແນກຊັບພະຍາກອນທໍາມະຊາດ ແລະ ສີ່ງແວດລ້ອມແຂວງ ປະກອບມີ 8 ຂະແໜງການ ແລະ ມີ 10 ຫ້ອງການ ຊສ ເມືອງຂື້ນກັບ, ມີພະນັກງານລັດຖະກອນທັງໝົດ 144 ຄົນຍີງ 65 ຄົນໃນ 1 ປີຜ່ານມາພະແນກ ຊັບພະຍາກອນທໍາມະຊາດ ແລະ ສີ່ງແວດລ້ອມແຂວງໄດ້ຖືເອົາວຽກງານສຶກສາອົບຮົມການເມືອງແນວຄິດເປັນຫຼັກໂດຍສະເພາະແມ່ນນຳເອົາບັນດາແນວທາງ, ແຜນນະໂຍບາຍຂອງພັກ, ກົດໝາຍຂອງລັດ, ມາເຜີຍແຜ່ເຊຶອມຊື່ມໃຫ້ພະນັກງານ-ລັດຖະກອນເຮັດໃຫ້ພະນັກງານທຸກຄົນມີຄຸນທາດການເມືອງໜັກແໜ້ນ, ມີຄວາມເຊື່ອໝັ້ນຕໍ່ການນຳພາຂອງພັກ, ມີຄວາມຮັບຜິດຊອບສູງຕໍ່ໜ້າທີ່ວຽກງານ, ມີຄວາມສາມັກຄີເປັນປຶກແຜ່ນ, ມີສະຕິຕໍ່ການຈັດຕັ້ງ, ຕ້ານ ແລະ ສະກັດກັ້ນປາກົດການຫຍໍ້ທໍ້ຕ່າງໆກໍ່ຄືການ ແກ້ໄຂ 3 ກະແສແນວຄິດເຮັດໃຫຂົງເຂດ ວຽກງານຂອງຕົນມີຄວາມສະຫງົບໂດຍພື້ນຖານ. ໃນໄລຍະຜ່ານມາ ສາມາດຄຸ້ມຄອງຕິດຕາມເອກະສານ ຂາອອກໄດ້ 1.354 ສະບັບ, ຂາອອກ 805 ສະບັບ, ສໍາເລັດການຄິດໄລອອກແບບ ແລະ ຂຽນບົດສະເໜີໂຄງການສ້ອມແປງຕໍ່ເຕີມຫ້ອງການ ຊສ ເມືອງຮຽ້ມ ແລະ ຈັດສົ່ງ ບົດສະເໝີໂຄງການໃຫ້ຫ້ອງການກະຊວງ, ກອງປົກປັກຮັກສາສີ່ງແວດລ້ອມ, ກົມແຜນການ ແລະ ຮ່ວມມືຈໍານວນ 6 ໂຄງການ , ສໍາເລັດການສະເໝີຂໍ້ອະນຸມັດ ຮ່ວງເງີນ ກໍ່ສ້າງຫ້ອງການ ຊສ ເມືອງຫົວເມືອງ, ເມືອງແອດ, ສໍາເລັດ ການລົງເກັບກໍາຂໍ້ມູນໂຄງການສົ່ງເສີມການລົງທຶນຢູ່ 4 ເມືອງເປົ້າໝາຍ,ວຽກງານຊັບພະຍາກອນນໍ້າ ແລະ ອຸຕຸນິຍົມ ອຸທົກກະສາດໄດ້ລົງຕິດຕາມກວດກາ ແລະ ວິໄຈຄຸນນະພາບນໍ້າໃນຂົງເຂດຂຸດຄົ້ນແຮ່ທາດ ລາວຫວຽດ ໄດ້ 14 ຈຸດ, ສັງເກດປັດໄຈອາກາດປະຈໍາວັນ ແລະ ສົ່ງໃຫ້ສູນກາງ ໄດ້ 3 ພັນກວ່າສະບັບ, ສົ່ງຂໍ້ມູນໃຫ້ການບິນໄດ້ 1 ພັນກວ່າຄັ້ງ, ສົ່ງແຈ້ງເຕືອນໃຫ້ສະຖານີວິທະຍຸໂທລະພາບ ແລະ ບັດດາເມືອງໄດ້ 8 ສະບັບ, ໄດ້ອອກໃບຢັ້ງຢືນສີ່ງແວດລ້ອມໄດ້ 9 ໂຄງການ ທຽບໃສ່ແຜນປີປະຕິບັດໄດ້ 52 %, ໄດ້ເຄື່ອນໄຫວຊຸກຍູ້ເຈົ້າໜ້າທີປະຈໍາດ່ານເອົາໃຈໃສ່ຄຸ້ມຄອງ ການນໍາເຂົ້າສານເຄມີທີ່ເປັນອັນຕະລາຍໄດ້ 5 ເມືອງ 8 ດ່ານ, ກວດກາອາຫານ ແລະ ຢາທີໝົດອາຍຸການນຳໃຊ້ໃນເທດສະບານເມືອງຊໍາເໝືອໄດ້ 5 ຄັ້ງ, ໂຄສະນາສ້າງຈິດສໍານຶກໂດຍການແນະນໍາວິທີການຈັດຂີ້ເຫຍື້ອໃນລະດັບຄອບຄົວໄດ້4 ບ້ານ ແລະ 4 ໂຮງຮຽນ, ຂື້ນແຜນງົບປະມານໃນການຕິດຕາມກວດກາ ແຜນຄຸ້ມຄອງສິ່ງແວດລ້ອມບັນດາໂຄງການຕ່າງໆທີ່ໄດ້ອະນຸຍາດປະຈໍາປີ 2020 ໄດ້20 ໂຄງການ, ລົງກວດກາໂຄງການທີ່ຍັງບໍ່ທັນໄດ້ຮັບອະນຸຍາດໄດ້ 13 ຄັ້ງ, ສໍາເລັດການສໍາຫຼວດວັດແທກຂື້ນທະບຽນອອກໃບຕາດີນທົ່ວແຂວງຕາມແຜນການ 7000 ຕອນປະຕິບັດໄດ້ທັງໝົດ 6 ພັນກວ່າຕອນ, ປະສານສົມທົບພະແນກການກຽ່ວຂ້ອງຄົ້ນຄວ້າແກ້ໄຂຂາຍສິດນໍາໃຊ້ທີດິນຂອງລັດໃຫ້ບຸກຄົນ ຈໍານວນ 6 ຕອນ,ເຊົ່າສໍາປະທານທີດິນຢູ່ແຂວງຫົວພັນໄລຍະຜ່ານມາເຖິງປະຈຸບັນມີທັງໝົດ 203 ໂຄງການໃນນີ້ສູນກາງອະນຸມັດ 22 ໂຄງການ ແຂວງອະນຸມັດ 88 ໂຄງການ ແລະ ເມືອງ 93 ໂຄງການ, ສໍາຫຼວດວັດແທກສ້າງແຜນທີຕອນດີນບັນດາໂຄງການລົງທຶນສໍາປະທານທີ່ດິນຕາມຄໍາສະ ເໜີຂອງນັກລົງທຶນໄດ້ທັງໝົດ 22 ໂຄງການຄື: ບໍ່ແຮ່ 7 ໂຄງການ, ໄຟຟ້າ 6 ໂຄງການ, ບໍລິ ການທ່ອງທຽ່ວ 6 ໂຄງການ ແລະ ຂົງເຂດ ກະສີກໍາ 3 ໂຄງການ, ຂື້ນບັນຊີດິນລັດ ແລະ ດີນລວມໝູ່ແຕ່ຕົ້ນຮອດປະຈຸບັນມີທັງໝົດ 641 ຕອນ ໃນນີ້ໃບຕາດີນລັດ 222 ຕອນ=34,63%, ແກ້ໄຂທີດິນບຸກຄົນຖືກກິດຈະການລວມຂອງລັດມີຈໍານວນ 7 ກໍລະນີ ແກ້ໄຂ ຂໍ້ຂັດແຍ່ງເຂດແດນທີຕິດກັບລະຫວ່າງບຸກຄົນກັບບຸກຄົນ ໄດ້ 6 ກໍລະນີ, ແກ້ໄຂຄໍາຮ້ອງປະຊາຊົນຂໍອອກໃບຕາດີນໄດ້ 135 ສະບັບ ສຳລັບທິດທາງແຜນການໃນປີ 2021 ຈະສືບຕໍ່ຊີ້ນໍາ ນໍາພາພະນັກງານລັດຖະກອນທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນໂດຍການເຄື່ອນໄຫວໜ້າທີ່ວຽກງານຕາມແຜນການທີ່ກໍານົດໄວ້ໂດຍຖືເອົາວຽກງານການເມືອງແນວຄິດເປັນກົກ ດ້ວຍການສຶກສາອົບຮົມ, ເຊື່ອມຊືມບັນດາເອກະສານສໍາຄັນ, ນິຕິກໍາຕ່າງໆໃຫ້ພະນັກງານລັດຖະກອນໄດ້ຮັບຮູ້ ແລະ ເຊື່ອມຊຶມເປັນປົກກະຕິ ແນ່ໃສເຮັດໃຫ້ພະນັກງານລັດ ຖະກອນມີຄວາມອຸນອຽນທຸ່ນທຽ່ງ ເຊື່ອໝັ້ນຕໍ່ແນວທາງຂອງພັກ-ລັດມີຄວາມສາມັກ ຄີແໜ້ນແຟ້ນ,ມີຄຸນສົມ ບັດສິນທໍາປະຕິວັດ ແລະ ມີຄວາມຮັບຜິດຊອບຕໍ່ໜ້າທີາວຽກງານສູງຂື້ນກວ່າເກົ່າ.