ຕອນບ່າຍວັນທີ 20 ກໍລະກົດ 2021 ນີ້ ສະຫະພັນແມ່ຍິງ ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງ ແວດລ້ອມ ແຂວງຫົວພັນ ໄດ້ຈັດພິທີສະເຫຼີມສະຫຼອງວັນສ້າງຕັ້ງແມ່ຍິງລາວຄົບຮອບ 66 ປີ ຂື້ນຢູ່ທີ່ຫ້ອງປະຊຸມພະແນກຂອງຕົນ ເປັນກຽດເຂົ້າຮ່ວມພິທີ ໂດຍທ່ານ ສໍສະຫັວນ ບານຄໍາມີ ເລຂາຄະນະພັກຮາກຖານ ຫົວໜ້າພະແນກ ຊສ ມີທ່ານນາງ ນາດ ຄຳດີ ປະທານ ສະຫະພັນແມ່ຍິງ ພະແນກ ຊສ ແຂວງ ພ້ອມດ້ວຍຄະນະພັກຮາກຖານ ຫົວໜ້າຮອງຫົວໜ້າ8ຂະແໜງການ ທີ່ຂື້ນກັບພະແນກ ຕະຫລອດຮອດ ພະນັກງານ ລັດຖະກອນ ແລະ ອາສາສະໝັກ ເຂົ້າຮ່ວມ40 ກ່ວາຄົນ.