ຕອນເຊົ້າ ວັນທີ 21 ກໍລະກົດ 2021 ນີ້ ພະແນກ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແຂວງຫົວພັນໄດ້ຈັດກອງປະຊຸມຮັບຮອງບົດລາຍງານສະພາບມົນລະພິດຂອງແຂວງຫົວພັນຮ່ວມກັບຂະແໜງ ການທີ່ກ່ຽວຂ້ອງ ຂອງແຂວງ ແລະ ເມືອງຊຳເຫນືອຂື້ນທີ່ພະແນກການດັ່ງກ່າວ ພາຍໃຕ້ການເປັນປະທານຂອງທ່ານ ແກ້ວປະສິດ ນຶກມະນີວົງ ຮອງຫົວໜ້າພະແນກ ຊສ ແຂວງ ແລະ ເປັນກຽດເຂົ້າຮ່ວມ ຂອງທ່ານ ໂລນຄໍາ ອາດສະນາວົງ ຫົວໜ້າກົມຄວບຄຸມ ແລະ ຕິດຕາມກວດກາມົນລະພິດ,ມີຜູ້ຕາງຫນ້າຈາກທີມງານກົມຄວບຄຸມ ແລະ ຕິດຕາມກວດກາມົນລະພິດ ,ມີພາກສ່ວນທີ່ກ່ຽວຂ້ອງຂັ້ນແຂວງ,ຂັ້ນເມືອງຕະຫຼອດຮອດພະນັກງານ-ວິຊາການຂະແຫນງສິ່ງແວດລ້ອມເຂົ້າຮ່ວມທັງໝົດ 20 ກວ່າຄົນ.

         ກອງປະຊຸມ ຍັງໄດ້ຮັງຟັງ ການສະເໜີສະພາບລວມ, ບັນຫາ ແລະ ສິ່ງທ້າທາຍ ແລະ ລາຍງານຄວາມຄືບໜ້າຂອງບັນດາກິດຈະກໍາທີ່ກໍາລັງຈັດຕັ້ງປະຕິບັດ ໃນການສ້າງຮ່າງບົດລາຍງານສະພາບມົນລະພິດ ຂອງແຂວງ  ຈາກທ່ານ ຈອມເພັດ ພົມມີໄຊ ຫົວໜ້າຂະແໜງສິ່ງແວດລ້ອມ ແລະ ການປ່ຽນແປງດິນຟ້າອາກາດ, ທ່ານ ນາງ ປາລິນາ ໂຄດພູທອນ ຮອງຫົວໜ້າພະແນກ ຄວບຄຸມມົນລະພິດ, ກຄມ ສະເໜີ ແລະ ຜ່ານຮ່າງບົດລາຍງານສະພາບມົນລະພິດ ຂອງແຂວງພາກທີ I – VIII ;ເຊິງມີເນື້ອໃນຄື: ສະພາບລວມ ຂອງແຂວງຫົວພັນ, ສະພາບລວມມົນລະພິດ, ສະພາບຄຸນນະພາບອາກາດ ແລະ ສຽງ, ສະພາບຄຸນນະພາບນໍ້າ, ການຄຸ້ມຄອງສິ່ງເສດເຫລືອ, ການຄຸ້ມຄອງສານເຄມີ ເຫດການສຸກເສີນດ້ານການຈັດການມົນລະພິດຈາກນັ້ນໄດ້ພ້ອມກັນປືກສາແລະປະກອບຄໍາຄິດຄຳເຫັນໃສ່ຮ່າງບົດລາຍ ງານສະພາບມົນລະພິດດັ່ງກ່າວຢ່າງສ້າງສັນແລະກົງໄປກົງມາເພື່ອເອກະພາບກັນບາງເນື້ອໃນຄື ມອບໃຫ້ຄະນະກອງເລຂາຕ້ອງໄດ້ປັບປຸງຄືນດ້ານເນື້ອໃນບົດລາຍງານສະພາບມົນລະພິດດັ່ງກ່າວໃຫ້ແທດ ເຫມາະກັບສະພາບຕົວຈິງຂອງແຂວງໂດຍໃຫ້ອິງໃສ່ການເກັບກຳຂໍ້ມູນຢູ່ໃນປີ ຜ່ານມາເປັນພື້ນຖານ ແລະ ໃຫ້ສ່ອງຂ້ອງກັບມາດຕະການຂັ້ນທ້ອງຖີ່ນໃນແຕ່ລະຂົງເຂດວຽກງານຕາມທ່າແຮງມາດຕະການຫຼຸດຜ່ອນຜົນກະທົບຕ່າງໆຕາມສະພາບຄວາມເປັນຈິງ.

        ຕອນທ້າຍກອງປະຊຸມ ທ່ານປະທານ ໄດ້ມີຄໍາເຫັນໂອ້ລົມຕໍ່ບັນດາກອງປະຊຸມຫຼາຍບັນຫາ ແລະ ເນັ້ນໜັກໃຫ້ຄະນະຮັບຜິດຊອບການສ້າງແຜນຄຸ້ມຄອງສິ່ງແວດລ້ອມ-ສັງຄົມ ແລະ ທໍາມະຊາດຮອບດ້ານແຂວງຫົວພັນຕ້ອງກຳແໜ້ນກ່ຽວກັບແນວທາງນະໂຍບາຍຂອງພັກ ແລະ ລະບຽບກົດໝາຍຂອງລັດວາງອອກຢ່າງເຂັ້ມງວດພ້ອມຜັນຂະຫຍາຍແຜນພັດທະນາເສດຖະກິດ - ສັງຄົມແຫ່ງຊາດ ເປັນເຈົ້າການຊຸກຍູ້ແຜນຍຸດທະສາດຂອງແຂວງມາຈັດຕັ້ງປະຕິບັດໃຫ້ປະກົດຜົນເປັນຈິງ.