ວັນທີ 8 ພະຈິກເຖິງ 23 ເດືອນທັນວາ  2019 ນີ້, ທີມງານ ໂຄສະນາສ້າງຈິດສໍານຶກ ດ້ານການນໍາໃຊ້ຫຼັກການ 3 Rs ເພື່ອແກ້ໄຂບັນຫາການເພີ່ມຂື້ນຂອງປະລິມານຂີ້ເຫຍື້ອ ໃນຕົວເມືອງຊໍາເໜືອ ໄດ້ລົງ ໂຄສະນາ ຢູ່ 15 ບ້ານ, 4 ໂຮງຮຽນ ແລະ 1 ຕະຫຼາດ ເຊິ່ງມີຜູ້ເຂົ້າຮ່ວມ ທັງໝົດ 4,261 ຄົນ,ຍິງ 2,057 ຄົນ. 

 

ເອກະສານທີ່ນຳມາເຜີຍແຜ່ໃນຄັ້ງນີ້ປະກອບມີ ຄວາມຮູ້ພື້ນຖານກ່ຽວກັບວິທີການກຳຈັດຂີ້ເຫຍື້ອ ລະດັບຄອບຄົວ ແລະ ຜົນຮ້າຍການນຳໃຊ້ສານເຄມີ, ສະພາບການກຳຈັດຂີ້ເຫຍື້ອຂອງອົງການພັດທະນາ ແລະ ບໍລິຫານຕົວເມືອງ, ຜ່ານ ຂໍ້ຕົກລົງ ຂອງເຈົ້າແຂວງ ວ່າດ້ວຍການສ້າງຕົວເມືອງ ໃຫ້ເປັນເມືອງຂຽວ ສະອາດ ແລະ ງາມຕາ, ເພ່ື່ອເປັນການປູກຈິດສຳນືກດ້ານສິ່ງແວດລ້ອມໃຫ້ປະຊາຊົນ, ນ້ອງຫລານນັກຮຽນ ໃນເທດສະບານ ເມືອງຊຳເໜືອ ເປັນເຈົ້າການໃນການປົກປັກຮັກສາສິ່ງແວດລ້ອມ, ການກຳຈັດຂີ້ເຫຍື້ອໃນຄົວເຮືອນ, ເພື່ອສ້າງເມືອງຊຳເໜືອ ກໍ່ຄືແຂວງຫົວພັນ ເປັນແຂວງທີ່ຂຽວສະອາດງາມຕາ, ຮັບປະກັນການພັດທະນາຕົວເມືອງໃຫ້ມີຄວາມຍືນຍົງທາງດ້ານສິ່ງແວດລ້ອມ, ແນ່ໃສ່ເຮັດໃຫ້ການພັດທະ ນາດ້ານສິ່ງແວດ ລ້ອມມີຄວາມຖືກຕ້ອງຕາມທິດທາງນະໂຍບາຍຂອງພັກ - ລັດ,  ສ້າງເມືອງຊຳເໜືອໃຫ້ມີຄຸນນະພາບສີ່ງແວດລ້ອມທີ່ດີ, ຊ່ວຍຫຼຸດຜ່ອນບັນຫາມົນລະຜິດ, ສານເຄມີ ແລະ ສິ່ງເສດເຫຼືອທີ່ເປັນອັນຕະລາຍຕໍ່ສຸຂະພາບ, ເພື່ອສ້າງແຂວງຫົວພັນໃຫ້ກາຍເປັນແຂວງທີ່ຂຽວສະ ອາດງາມຕາ ໂອກາດດັ່ງກ່າວ  ພະແນກ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແຂວງ ຫົວພັນ ຍັງໄດ້ມອບ ຖັງຂີ້ເຫຍື້ອ ໃຫ້ໂຮງຮຽນແກ້ວປັນຍາ 4 ຖັງ, ໂຮງຮຽນ ມສ ພັນລາ 2 ຖັງ, ມໍປາຍ ຕົວແບບ 2 ຖັງ, ມສ ພັນຊໍາ 2 ຖັງ, ຫ້ອງວ່າການ ເມືອງຊໍາເໜືອ 2 ຖັງ, ອົງການ ພັດທະນາ ແລະ ບໍລິຫານຕົວເມືອງຊໍາເໜືອ 10 ຖັງ ແລະ ພາກສ່ວນອື່ນໆ ລວມທັງໝົດ 24 ຖັງ ເຊິ່ງໄດ້ຮັບການສະໜັບສະໜູນຈາກໂຄງການຕົວເມືອງນໍາໜ້າອາຊຽນ ຕາມເປົ້າໝາຍການພັດທະ ນາແບບແບບຍືນຍົງ ຮ່ວມກັບອົງການຮ່ວມມືຍີ່ປຸ່ນ - ອາຊຽນ.