ວັນທີ 27-28 ພຶດສະພາ 2020 ພະແນກ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແຂວງ ສົມທົບກັບ ກຸ່ມບໍລິສັດ ພົງຊັບທະວີ ຈຳກັດ ໃນນາມຜູ້ພັດທະນາໂຄງການເຂື່ອນໄຟຟ້າ ນໍ້າຊໍາ 1 ແລະ 3  ແລະ ພາກສ່ວນກ່ຽວຂ້ອງຂັ້ນແຂວງ ລົງເຄື່ອນໄຫວ ການຈັດຕັ້ງປະຕິບັດວຽກງານຄຸ້ມຄອງິ່ງແວດລ້ອມ ແລະ ຊົດເຊີຍຜົບກະທົບໂຄງການກໍ່ສ້າງເຂື່ອນໄຟຟ້ານໍ້າຊໍາ 1 ແລະ 3 ຢູ່ເມືອງຊໍາໃຕ້ ແຂວງຫົວພັນ ນຳພີມໂດຍ ທ່ານ ພັນທອງ ເພັດໄຊສົມພັນ ຮອງເລຂາພັກແຂວງ ຮອງເຈົ້າແຂວງ ແຂວງຫົວພັນ, ທ່ານ ສະຖຽນ ວັນນະສຸກ ກໍາມະການພັກແຂວງ ຫົວໜ້າພະແນກ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ມີພາກສ່ວນກ່ຽວຂ້ອງ ຂັ້ນແຂວງ, ເມືອງຊໍາໃຕ້ເຂົ້າຮ່ວມ  ຢ່າງພ້ອມພຽງ.

ໃນກອງປະຊຸມ ຜູ້ຕາງໜ້າບໍລິສັດໄດ້ຜ່ານບົດລາຍງານ ກ່ຽວກັບການທົດແທນຄ່າເສຍຫາຍ ແລະ ການພັດທະນາເຂດຈັດສັນຍົກຍ້າຍຂອງປະຊາຊົນ ຈາກໂຄງການກໍ່ສ້າງເຂື່ອນໄຟຟ້ານໍ້າຊໍາ 1 ແລະ 3 ຈາກນັ້ນ ທ່ານ ພັນທອງ ເພັດໄຊສົມພັນ ຍັງໄດ້ໂອ້ລົມປະຊາຊົນບ້ານສັນແປນ ແລະ ບ້ານພຽງໃໝ່ ທີ່ຖືກຜົນກະທົບຈາກໂຄງການກໍ່ສ້າງເຂື່ອນ.

 ໂອກາດດັ່ກ່າວ ທາງກຸ່ມບໍລິສັດ ພົງຊັບທະວີ ຈຳກັດ ໄດ້ໄປຕິບັດນະໂຍບາຍ ຈ່າຍຄ່າຊົດເຊີຍຊັບສິນ ປະເພດສິ່ງປຸກສ້າງ, ດິນນາເຟືອງ, ດິນນາເຮື້ອ, ແລະ ໜອງປາ ໃຫ້ແກ່ຄອບຄົວ ທີ່ໄດ້ຮັບຜົນກະທົບ ໃນເຂດ ອ່າງເກັບນໍ້າ ໃຫ້ບ້ານຊຽງບານ ການຈ່າຍຄ່າຊົດເຊີຍຄັ້ງນີ້ ແມ່ນ ໂອນຜ່ານບັນຊີທະນາຄານພັດທະ ນາລາວຂອງແຕ່ລະຄອບຄົວ ລວມມູນຄ່າຊົດເຊີຍທັງໝົດ ເປັນເງິນ  ເກົ້າຕື້ ສີ່ຮ້ອຍຊາວເອັດລ້ານ ສີ່ແສນສິບສີ່ພັນກີບ ເພື່ອໃຫ້ປະຊາຊົນ ໄປພັດທະນາຊີວິດການເປັນຢູ່ຂອງປະຊາຊົນ.