ວັນທີ 11 ມີຖຸນາ 2020​ນີ້ ກົມສິ່ງແວດລ້ອມ ສົມທົບກັບ ພະແນກ ຊັບພະ ຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແຂວງຫົວພັນ ຈັດກອງປະຊຸມ ແລກປ່ຽນບົດຮຽນ ການຈັດຕັ້ງປະຕິບັດ ໂຄງການຕົວເມືອງນໍາໜ້າຂອງອາຊຽນຕາມເປົ້າໝາຍການພັດທະນາແບບຍືນຍົງດ້ານສິ່ງແວດລ້ອມ ທີ່ຫ້ອງປະຊຸມ ພະແນກ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແຂວງຫົວພັນ ໂດຍການເປັນປະທານຂອງທ່ານ ນາງ ຈິດຖະໜອມ ອຸ່ນສີດາ ຮອງຫົວໜ້າກົມສິ່ງແວດລ້ອມກະຊວງຊັບພະຍາ ກອນທຳມະຊາດ ແລະ ສິ່ງແວດລ້ອມ, ມີ ຜູ້ປະສານງານໂຄງການ ສັ້ນສູນກາງ, ຂັ້ນແຂວງມີ ແຂວງຫົວພັນ, ສະຫັວນນະເຂດ, ຫ້ອງການບໍລິການຕົວເມືອງຫຼວງພະບາງ, ຫ້ອງການຊັບພະຍາ ກອນທຳມະຊາດ ແລະ ສິ່ງ ແວດລ້ອມນະຄອນໄກສອນພົມວິຫານ, ອົງການພັດທະນາ ແລະ ບໍລິຫານຕົວເມືອງຊໍາເໜືອ ເຂົ້າ ຮ່ວມ 20ກ່ວາຄົນ.

ກອງປະຊຸມ ຜູ້ປະສານງານ ໂຄງການ ທັງສາມແຂວງ ໄດ້ລາຍງານ ຜົນການຈັດຕັ້ງປະຕິບັດ ວຽກງານໂດຍໄດ້ນຳສະເໜີ ທີ່ຕັ້ງຂອງໂຄງການ, ງົບປະມານ, ຄວາມຄືບໜ້າໃນການຈັດຕັ້ງປະຕິບັດ ແລະ ລາຍຈ່າຍ, ຜົນໄດ້ຮັບຂອງໂຄງການ, ຮູບພາບການເຄື່ອນໄຫວກິດຈະກໍາ ; ແຂວງຫົວພັນ ໄດ້ປະຕິບັດກິດຈະກໍາ ປູກຕົ້ນໄມ້ ແລະ ດອກໄມ້ປະດັບຢູ່ສວນສາທາລະນະ ຫົວພັນ - ກວາງນິງ ໄດ້ຈັດກອງປະຊຸມຮ່ວມກັບພາກສ່ວນກ່ຽວຂ້ອງ, ປູກຕົ້ນໄມ້ ແລະ ດອກໄມ້ປະດັບ; ກິດຈະກໍາ: ສົ່ງເສີມການນໍາໃຊ້ຫຼັກການ 3Rs ເຂົ້າໃນການຄຸ້ມຄອງຂີ້ເຫຍື້ອ, ລົງເຜີຍແຜ່ຢູ່ 15 ບ້ານເທດສະບານ, 4 ໂຮງຮຽນ ແລະ 5 ຕະຫຼາດ, ລວມຜູ້ເຂົ້າຮ່ວມທັງໝົດ 4.261 ຄົນ,ຍິງ 2.057 ຄົນ; ຈັດຊື້ຖັງຂີ້ເຫຍື້ອຈໍານວນ 24 ຖັງ ແລະ ມອບໃຫ້ພາກສ່ວນກ່ຽວຂ້ອງຄຸ້ມຄອງນຳໃຊ້ຕິດຕັ້ງປ້າຍໂຄສະນາ 5 ປ້າຍ ໃຫ້ໂຮງຮຽນ ແຂ່ງຂັນກັນສ້າງໂຮງຮຽນ ໃຫ້ກາຍເປັນໂຮງຮຽນຂຽວ ສະອາດ ແລະ ຕາມຕາ ຈຳນວນ 4 ໂຮງຮຽນ ແລະ ໜຶ່ງຈຸດຢູ່ສວນສາທາລະນະສ້າງສະປ໋ອດໂຄສະນາດ້ານສິ່ງແວດລ້ອມ ໂດຍແມ່ນນັກຮຽນໂຮງຮຽນແກ້ວປັນຍາ ເປັນຜູ້ສ້າງຄິບວີດີໂອດັ່ງກ່າວ; ຕິດຕາມກວດກາກິດກໍາປູກຕົ້ນໄມ້ ແລະ ດອກໄມ້ປະດັບ; ຕິດຕາມການລົງໂຄສະນາການນໍາໃຊ້ຫຼັກການ 3Rs ເພື່ອຄຸ້ມຄອງຂີ້ເຫຍື້ອ; ນະຄອນໄກສອນພົມວິຫານ ແຂວງສະຫວັນນະເຂດໄດ້ປະຕິບັດກິດຈະກຳໂດຍໄດ້ສ້າງຄວາມເຂັ້ມແຂງດ້ານການຄຸ້ມຄອງສິ່ງແວດລ້ອມໃຫ້ພະນັກງງານຂັ້ນນະຄອນເພີ່ມຈຳນວນສິ່ງແວດລ້ອມຂັ້ນບ້ານ 134 ຄົນ ຈາກທັງໝົດ 67 ບ້ານ, ສ້າງໂຮງຮຽນຕົວແບບດ້ານສິ່ງແວດລ້ອມ ໃຫ້ໄດ້ 6 ໂຮງຮຽນ ປັບປຸງສວນສາທາລະນະຂອງນະຄອນສຳເລັດ; ແຂວງຫຼວງພະບາງ ປັບປຸງ-ພັດທະນາ ພື້ນທີ່ຕະຫຼາດຫັດຖະກຳຊົນເຜົ່າ ໃຫ້ເປັນສະຖານທີ່ສາທາລະນະ ສຳລັບປະຊາຊົນລາວ ແລະ ແຂກຕ່າງປະເທດ (ສວນສາທາລະນະນ້ອຍ ແລະ ເດີ່ນອາເນກປະສົງ) ໂດຍປະກອບມີກິດຈະກຳ ການຂາຍເຄື່ອງຫັດຖະກຳຊົນເຜົ່າ, ການສະແດງສິນລະປະ - ວັນນະຄະດີ ແລະ ການບໍລິການອາຫານເບົາ ທັງສາມແຂວງໄດ້ຈັດຕັ້ງບັນດາກິດຈະກຳຂອງໂຄງການໄດ້ສຳເລັດ. ຈາກນັ້ນ ທ່ານນັ້ນນາງຈິດຖະໜອມ ອຸ່ນສີດາ ຮອງຫົວໜ້າກົມສິ່ງແວດລ້ອມກະຊວງຊັບພະຍາ ກອນທຳມະຊາດ ແລະ ສິ່ງແວດລ້ອມ ປະທານກອງປະຊຸມ ໄດ້ ມີຄຳເຫັນ ໂອ້ລົມ ໂດຍເນັ້ນໜັກໃຫ້ ຜູ້ປະສານງານໂຄງການ ແຕ່ລະແຂວງ ສືບຕໍ່ ຕິດຕາມກວດກາຊຸກຍູ້ ບັນດາກິດຈະກຳ ເພື່ອໃຫ້ໄດ້ຕາມຄາດໝາຍທີ່ວາງໄວ້.

ໂອກາດດັ່ງກ່າວ ທີມງານຍັງໄດ້ເລາະທ່ຽວຊົມເບິ່ງກິດຈະກຳການປູກຕົ້ນໄມ້ປະດັບ ຢູ່ສວນສາທາລະນະ ຫົວພັນ - ກວາງນິງ , ລົງຢ້ຽມຢາມ ໂຮງຮຽນ ແກ້ວປັນຍາ ຊົມຜົນງານ ກ່ຽວກັບບັນດາກິດຈະກຳຕ່າງໆທີ່ກ່ຽວກັບສິ່ງແວດລ້ອມ ພ້ອມທັງລົງ ຢ້ຽມຢາມ ຜູ້ປະກອບການ ເກັບຊື້ຕຸກຢາງ ຢູ່ເມືອງຊໍາເໜືອ ທາງນີ້ກໍ່ເພື່ອສົ່ງເສີມ ໃຫ້ ຜູ້ປະກອບການ ແລະ ປະຊາຊົນບັນດາເຜົ່າ ໄດ້ ຮູ້ຈັກ ແຍກຂີ້ເຫຍື້ອ ແລະ ຄຸ້ມຄອງຊັບພະຍາກອນທຳມະຊາດ ປົກປັກຮັກສາສິ່ງແວດລ້ອມຕາມທິດທາງສີຂຽວຍືນຍົງ ແລະ ປົກປັກຮັກສາແຫຼ່ງນ້ຳທຳມະຊາດໃຫ້ມີຄວາມອຸດົມສົມບູນຍືນຍົງຕະຫຼອດໄປ.