ໃນລະຫ່ວາງວັນທີ 9-13 ມີຖຸນາ 2020ທີມງານທີ່ກ່ຽວຂ້ອງຂັ້ນແຂວງປະກອບມີ ພະແນກ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແຂວງ ພະແນກ ສາທາລະນະສຸກແຂວງ ພະແນກ ກະສິກໍາ ແລະ ປ່າໄມ້ແຂວງ ສົມທົບກັບຫ້ອງການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ເມືອງ ສົບເບົາໄດ້ລົງໂຄສະນາສ້າງຈິດສໍານຶກກ່ຽວກັບຜົນຮ້າຍຂອງການນໍາໃຊ້ສານເຄມີເຂົ້າໃນການຜະລິດກະສິກໍາ, ພ້ອມທັງເກັບກໍາຂໍ້ມູນເບື່ອງຕົ້ນກ່ຽວກັບການນໍາໃຊ້ສານເຄມີ, ບັນຫາຜົນກະທົບຕໍ່ປະຊາຊົນ, ສີ່ງແວດລ້ອມ ໃນໄລຍະຜ່ານມາ ຢູ່ 3 ບ້ານຄື: ນາໂງ່ນ, ບ້ານ ນໍ້າປົ້ງ, ບ້ານ ວຽງຮັງ ເມືອງ ສົບເບົາ ເຊີງມີຜູ້ເຂົ້າຮ່ວມທັງ ໝົດ 185 ຄົນ ຍີງ 76 ຄົນ.

        ຈຸດປະສົງ ການລົງຈັດຕັ້ງປະຕິບັດວຽກງານໃນຄັ້ງນີ້ ແມ່ນເພື່ອເຮັດໃຫ້ປະຊາຊົນບ້ານເປົ້າໝາຍ ໄດ້ຮັບຮູ້ຂໍ້ມູນ ກ່ຽວກັບ ຜົນຮ້າຍຂອງການນໍາໃຊ້ຢາປາບສັດຕູພືດ ບໍ່ໃຫ້ປະຊາຊົນມີການນໍາໃຊ້ ຫຼື ຖ້ານໍາໃຊ້ກໍ່ໃຫ້ຖືກວິທີຕາມຫຼັກວິຊາການ ແລະ ໃຊ້ຢາປາບສັດຕູພືດຊະນະນິດທີ່ພາກລັດອະນຸຍາດເທົ່ານັ້ນ, ທັງນີ້ກໍ່ເພື່ອເຮັດໃຫ້ປະຊາຊົນ ມີສຸຂະພາບແຂງແຮງ ແລະ ຍັງເປັນການປົກປັກຮັກສາສິ່ງແວດລ້ອມ ບໍ່ໄດ້ຮັບຜົນກະທົບຈາກສານເຄມີດັ່ງກ່າວ.

ການໂຄສະນາສ້າງຈິດສໍານຶກໃນຄັ້ງນີ້ ໄດ້ມີການບັນຍາຍເຜີຍແຜ່ຂໍ້ມູນເບື້ອງຕົ້ນ ກ່ຽວກັບຢາປາບສັດຕູພືດ (ຢາຂ້າຫຍ້າ), ຊະນິດຂອງຢາປາບສັດຕູພືດ, ຊະນິດທີ່ຫ້າມນໍາໃຊ້ຢູ່ໃນ ສ ປ ປ ລາວ, ບັນຫາຜົນກະທົບຕໍ່ຄົນ, ສັດ ແລະ ສິ່ງແວດລ້ອມ, ແນະນໍາວິທີການນໍາໃຊ້ ( ການປ້ອງກັນຕົວເອງ ), ຂໍ້ຄວນລະວັງ ແລະ ການເກັບມ້ຽນຮັກສາທີ່ຖືກຕ້ອງ, ພ້ອມກັນນັ້ນ ຍັງໄດ້ສາຍວີລີໂອກ່ຽວກັບ ປະສົບການການນໍາໃຊ້ຢາປາບສັດຕູພືດ ຢູ່ບັນ ດາແຂວງຂອງລາວ ໃຫ້ປະຊາຊົນໄດ້ຮັບຮູ້ຕື່ມອີກ.

ສ່ວນການເກັບກຳຂໍ້ມູນເບື້ອງຕົນ ທາງທີມງານໄດ້ມີການສຳພາດປະຊາຊົນ, ເກັບກໍາຂໍ້ມູນ ຕາມແບບ ຟອມທີ່ໄດ້ກະກຽມໄວ້, ມີການເກັບກຳຕົວຢ່າງຄຸນນະພາບນໍ້າຫ້ວຍນໍ້າ ທີ່ຢູ່ໃກ້ຄຽງກັບພື້ນທີ່ທຳການຜະລິດຂອງປະຊົນຊົນ ເພື່ອນໍາມາວິໄຈ, ປະເມີນ ແລະ ວາງແຜນຄຸ້ມຄອງໃນຕໍ່ໜ້າ.