ວັນທີ 16 ມີຖຸນາ 2020ນີ້ ພະແນກ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແຂວງຫົວພັນ ສົມທົບ ກັບຄະນະຮັບຜິດຊອບຂັ້ນແຂວງ, ເມືອງຊໍາໃຕ້ ແລະ ບໍລິສັດຮັບເໝົາກໍ່ສ້າງລົງກວດກາການກໍ່ສ້າງຫ້ອງການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດ ລ້ອມ ເມືອງຊໍາໃຕ້ ກວດ 70%  ນຳທີມໂດຍ ທ່ານ ສະຖຽນ ວັນນະສຸກ ກໍາມະການພັກແຂວງ ຫົວໜ້າພະແນກ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງຫົວພັນ, ,ມີພາກສ່ວນກ່ຽວຂ້ອງຂັ້ນແຂວງ ເມືອງຊໍາໃຕ້ເຂົ້າຮ່ວມ 10 ກ່ວາຄົນ.

     ກອງປະຊຸມ ວິຊາການປະຈໍາພາກສະໜາມໄດ້ຜ່ານບົດລາຍງານ ຜົນການຈັດຕັ້ງປະຕິບັດ ການກໍ່ສ້າງຫ້ອງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ເມືອງຊໍາໃຕ້ ຫ້ອງການດັ່ງກ່າວໄດ້ເລີ່ມລົງມືກໍ່ສ້າງໃນວັນທີ 15/3/2020; ເປັນອາຄານວິນລາຊັ້ນດຽວ, ຂະໜາດ 20 ຄູນ 15 ແມັດ, ໃນອາຄານທັງໝົດມີ 6 ຫ້ອງ ໃນນັ້ນ 1 ຫ້ອງແມ່ນຫ້ອງປະຊຸມ ແລະ ມີຫ້ອງນໍ້າ 2ຫ້ອງ; ຫ້ອງການດັ່ງກ່າວໄດ້ຮັບທຶນຈາກໂຄງການຄຸ້ມຄອງຊັບພະຍາກອນນໍ້າແບບເຊື່ອມສານໃນຂົງເຂດແມ່ນໍ້າຂອງຕອນລຸ່ມ ທີ່ທະ ນາຄານໂລກເປັນຜູ້ໃຫ້ທຶນ ໃນມູນຄ່າ 756,524,000ກີບ ( ເຈັດຮ້ອຍຫ້າສິບຫົກລ້ານ ຫ້າແສນຊາວສີ່ພັນກີບ ) ໂດຍແມ່ນພະແນກຊັບພະຍາກອນທຳ ມະຊາດ ແລະ ສິ່ງແວດລ້ອມ ເປັນເຈົ້າຂອງໂຄງການ ແລະ ມອບໃຫ້ບໍລິສັດຄູນຄໍາກໍ່ສ້າງ ແລະ ສ້ອມແປງເຄຫາສະຖານຈໍາກັດ  ເປັນຜູ້ຮັບເໝົາກໍ່ສ້າງ, ມາຮອດປະຈຸບັນສາມາດກໍ່ສ້າງໄດ້ 72,73 % ຂອງໜ້າວຽກທັງໝົດ; ໜ້າວຽກທີ່ຍັງຄ້າງແມ່ນ 27,27 %.