ໃນຕອນບ່າຍວັນທີ 24 ມີຖຸນາ 2020 ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແຂວງໃນນາມເຈົ້າຂອງໂຄງການ ໄດ້ສົມທົບກັບຄະນະຄຸ້ມຄອງຊີ້ນໍາໂຄງການ ຈາກພາກສ່ວນທີ່ກ່ຽວຂ້ອງ ແລະ ບໍລິສັດ ຜີ່ງແກ້ວ ອຸດົມຊັບກໍ່ສ້າງເຄຫາ ແລະ ຂົວທາງ ຈໍາກັດຜູ້ດຽວ (ຜູ້ຮັບເໝົາ) ເພື່ອ ມອບ - ກິດຈະກໍາ ປູກຕົ້ນໄມ້ ແລະ ດອກໄມ້ປະດັບຢູ່ສວນອຸທິຍານ ຫົວພັນ - ກວາງນີງ; ໂດຍການເປັນປະທານຮ່ວມ ຂອງທ່ານ ສະຖຽນ ວັນນະສຸກ ກໍາມະການ ພັກແຂວງ ຫົວໜ້າພະແນກ ຊ ສ ແຂວງ, ທ່ານ ອານົງລັກ ແສງສຸລິຍາ ຮອງເລຂາພັກເມືອງຊໍາເໜືອ ປະທານ ອົງການພັດທະນາ ແລະ ບໍລິຫານ ຕົວເມືອງ ຊໍາເໜືອ ມີຜູ້ຕ່າງໜ້າຂະ  ແໜງການທີ່ກ່ຽວຂ້ອງເຂົ້າຮ່ວມ 16 ຄົນ.

        ໃນພິທີ ທ່ານ ໄພສອນ ເພັງມີໄຊ ຫົວໜ້າຂະແໜງຄຸ້ມຄອງ ແລະ ບໍລິການຕົວເມືອງ ໄດ້ຜ່ານບົດລາຍງານຫຍໍ້ໃນການຈັດຕັ້ງປະຕິບັດກິດຈະກໍາເຊີ່ງເລີມແຕ່ວັນທີ 1/8/2019 ຈົນເຖີງປະຈຸບັນແມ່ນສໍາເລັດ 100% ໂດຍມີ 13 ໜ້າວຽກຫຼັກຄື:ຂຸດຮື້ດິນເກົ່າ ບ່ອນປູກຕົ້ນໄມ້ແລະ ປູກດອກໄມ້; ຖົມດິນປູກຝັງໃສ່ບ່ອນປູກຕົ້ນໄມ້-ດອກໄມ້; ປູກດອກຕົ້ນເງິນຕົ້ນຄຳ; ປູກຕົ້ນຊາເຫລືອ,ປູກຕົ້ນຊາຮອັກກ້ຽນ; ຕົ້ນຟ້າວໂຊ;ຕົ້ນຈໍາປາ, ຕົ້ນອິນທານິນ, ວາງແທ່ງນໍ້າສ້າງ ເພື່ອເປັນບ່ອນປູກຕົ້ນອິນທານິນ; ເຮັດຄອກຕົ້ນໄມ້ ແລະ ຄໍ້າຕົ້ນໄມ້;ຍົກຍ້າຍຕົ້ນໄມ້ເກົ່າ ແລະ ປູກຄືນ;ວາງທໍ່ນໍ້າ ແລະ ຕິດຕັ້ງກັອກນໍ້າ; ຄ່ານໍ້າປະປາ, ບົວລະບັດຮັກສາ, ອຸປະກອນຕ່າງໆ ເປັນມູນຄ່າ 16,300 ໂລດາ( ສິບຫົກພັນ ສາມຮ້ອຍ ໂລດາສະຫະລັດ) ກິດຈະກໍາດັ່ງກ່າວໄດ້ຮັບທຶນ ຈາກ ໂຄງການ ຕົວເມືອງນໍາໜ້າອາຊຽນຕາມເປົ້າໝາຍການພັດທະນາແບບຍຶນຢົງທາງດ້ານສິ່ງແວດລ້ອມ ໂດຍແມ່ນ ພະແນກ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ເປັນເຈົ້າຂອງໂຄງການ ແລະ ໄດ້ມອບຕໍ່ໃຫ້ອົງການພັດທະນາ ແລະ ບໍລິຫານຕົວເມືອງ ເປັນຜູ້ຄຸ້ມຄອງ ນໍາໃຊ້ ແລະ ປົກປັກຮັກສາໃຫ້ມີຄວາມສວຍງາມ ແລະ ຢືນຢົງຕາມທິດຂອງໂຄງການພ້ອມທັງສ້າງແຜນການແບ່ງຄວາມຮັບຜິດຊອບໂດຍສົມທົບກັບບັນດາໂຮງຮຽນ, ພາກສ່ວນກ່ຽວຂ້ອງຂອງແຂວງ, ເມືອງຊໍາເໜືອ ຄຸ້ມຄອງ ແລະ ປົກປັກຮັກສາຊ່ວຍ ເພື່ອເຮັດໃຫ້ສວນອຸທິຍານຫົວພັນ- ກວາງນິງ ເປັນສວຍທີ່ຂຽວ ສະອາດ ແລະ ງາມຕາ.