ໃນຕອນບ່າຍວັນທີ 6 ກໍລະກົດ 2020 ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແຂວງຫົວພັນ ຈັດພິທີ ມອບເງິນ ຄຸ້ມຄອງອ່າງຮັບນໍ້າເຂື່ອນໄຟຟ້າ ນໍ້າເປິນ 1 ໃຫ້ຫ້ອງການ ຊສ ເມືອງ ຫົວເມືອງ ຢູ່ທີ່ຫ້ອງປະຊຸມຊັ້ນສອງ ຂອງພະແນກ ຊສ ແຂວງ, ເປັນກຽດເຂົ້າຮ່ວມ ໂດຍ ທ່ານ ປອ ຄອນເສີດ ດອນວິໄຊ ຄະນະພັກຮາກຖານ ຫົວໜ້າຂະແໜງ ບໍລິຫານ ແລະ ການເງິນ, ມີບັນດາຫົວໜ້າ, ຮອງຫົວໜ້າ ຂະແໜງການທີ່ຂື້ນກັບພະແນກ ແລະ ຫ້ອງການ ຊສ ເມືອງຫົວເມືອງ ເຂົ້້າຮ່ວມ 10 ກ່ວາທ່ານ.

ກອງປະຊຸມ ໄດ້ຜ່ານຂໍ້ຕົກລົງ ສະບັບເລກທີ່ 655/ພຊສ.ຫພ,ລົງວັນທີ 2 ກໍລະກົດ 2020 ວ່າດ້ວຍ ການອະນຸມັດຮ່ວງເງິນຄຸ້ມຄອງອ່າງຮັບນໍ້າເຂື່ອນໄຟຟ້ານໍ້າເປິນ 1 ໃຫ້ຫ້ອງການຊສ ເມືອງຫົວເມືອງ ເພື່ອລົງຈັດຕັ້ງປະຕິບັດແຜນຈັດສັນທີ່ດິນ ຢູ່ເຂດບ້ານລ່ານຊຽງ ຈໍານວນ 24.592.000 (ຊາວສີ່ລ້ານຫ້າແສນເກົ້າສິບສອງພັນກີບ), ກິດຈະກຳດັ່ງກ່າວແມ່ນນອນໃນແຜນຄຸ້ມຄອງອ່າງຮັບນໍ້າຂອງໂຄງການ ເປັນວຽກບູລິມະສິດ ໂດຍມອບໃຫ້ຫ້ອງການ ຊສ ເມືອງຫົວເມືອງ ເປັນເຈົ້າການຈັດຕັ້ງປະຕິບັດເປັນຕົ້ນ: ການສໍາຫຼວດ, ກໍານົດ ແລະ ຈັດສັນເຂດດິນທຳການຜະລິດ, ເຂດສະຫງວນ,  ປ່າປ້ອງກັນແຫຼ່ງນໍ້າ ເພື່ອໃຫ້ປະຊາຊົນພາຍໃນບ້ານທີ່ກ່ຽວຂ້ອງ ຄຸ້ມຄອງນໍາໃຊ້ໃຫ້ຖືກຕ້ອງຕາມລະບຽບການ.