ໃນຕອນບ່າຍວັນທີ 6 ກໍລະກົດ 2020 ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງຫົວພັນ ໄດ້ຈັດພິທີການປະກາດການແຕ່ງຕັ້ງຫົວໜ້າ ຂະແໜງ,ຮອງຂະແໜງ ແລະ ມອບ - ຮັບວຽກງານ ຂະແໜງ ຊັບພະຍາກອນນໍ້າ ແລະ ອຸຕຸນິຍົມ ພະແນກ ຊສ ແຂວງ ໂດຍການເປັນປະທານຂອງທ່ານ ສະຖຽນ ວັນນະສຸກ ກໍາມະການພັກແຂວງ ຫົວໜ້າພະແນກ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແຂວງ ມີຄະນະນຳ ພະນັກງານ - ລັດຖະກອນ ພາຍໃນພະແນກ ເຂົ້າຮ່ວມທັງໝົດ 32 ທ່ານ.

 

ໃນພິທີ ທ່ານ ສຸກສະຫັວນ ບົວດອກທອງ ວິຊາການ ຂະແໜງ ຈັດຕັ້ງ - ພະນັກງານໄດ້ ຂື້ນຜ່ານ ຂໍ້ຕົກລົງ ສະບັບເລກທີ 606 /ຈຂ.ຫພ ລົງວັນທີ 22 /6/2020 ວ່າດ້ວຍການແຕ່ງຕັ້ງ ທ່ານ ໄຊຍະສິນ ຊົງຢົງຢາ ວິຊາການ ຂື້ນເປັນຮອງຫົວໜ້າຂະແໜງ ສິ່ງແວດລ້ອມ ແລະ ການປ່ຽນແປງດິນຟ້າອາກາດ ຈັດໃນຕໍາແໜ່ງປະເພດ 6 ຕາມດໍາລັດ 203/ລບ, ຜ່ານຂໍ້ຕົກລົງ ສະບັບເລກທີ 605 /ຈຂ.ຫພ ລົງວັນທີ 22 /6/2020  ວ່າດ້ວຍການແຕ່ງຕັ້ງຫົວໜ້າຂະແໜງ ຄື: ທ່ານ ຈອມເພັດ ພົມມີໄຊ ຮອງຫົວໜ້າຂະແໜງ ສິ່ງແວດລ້ອມ ແລະ ການປ່ຽນແປງດິນຟ້າອາກາດ ຂື້ນ ເປັນຫົວໜ້າຂະແໜງ ສິ່ງແວດລ້ອມ ແລະ ການປ່ຽນແປງດິນຟ້າອາກາດ, ແຕ່ງຕັ້ງ ທ່ານ ນາງ ອໍາມາລາ ພຸດທະປັນຍາ ຮອງຂະແໜງຈັດຕັ້ງ ແລະ ພະນັກງານ ຂື້ນເປັນ ຫົວໜ້າຂະແໜງ ຈັດຕັ້ງ ແລະ ພະນັກງານ ຈັດໃນຕໍາແໜ່ງປະເພດ 5 ຕາມດໍາລັດ 203/ລບ.

ຈາກນັ້ນໃນພິທີ ຍັງໄດ້ ຜ່ານຂໍ້ຕົກລົງ ສະບັບເລກທີ 566/ຈຂ.ຫພ ລົງວັນທີ 15/6/2020 ວ່າດ້ວຍການ ຍົກຍ້າຍ  ທ່ານ ໄຊຍະພອນ ເຮືອງມີສຸກ ຫົວໜ້າຂະແໜງ ຊັບພະຍາກອນນໍ້າ ແລະ ອຸຕຸນິຍົມ ໄປເປັນຮອງຫົວໜ້າພະແນກ ໄປສະນີ ໂທລະຄົມມະນາຄົມ ແລະ ການສື່ສານ ແຂວງ ຫົວພັນ ໃນໂອກາດນີ້ ທ່ານ ໄຊຍະພອນ ເຮື່ອງມີສຸກ ຍັງໄດ້ ຜ່ານບົດສະຫຼຸບການຈັດຕັ້ງປະຕິບັດ ວຽກງານຊັບພະຍາກອນນໍ້າ ແລະ ອຸຕຸນິຍົມ   ແລະ ມອບ - ຮັບວຽກດັ່ງກ່າວໂດຍແມ່ນ ທ່ານ ໄຊຍະສິນ ຊົງຢົງຢາ ຫົວຮອງຫົວໜ້າຂະແໜງ ສິ່ງແວດລ້ອມ ແລະ ການປ່ຽນແປງດິນຟ້າອາກາດ ຂື້ນວ່າການ ຫົວໜ້າຂະແໜງ ຊັບພະຍາກອນນໍ້າ ແລະ ອຸຕຸນິຍົມ;

ໃນຕອນທ້າຍພິທີ ທ່ານ ສະຖຽນ ວັນນະສຸກ ປະທານກອງປະຊຸມ ໄດ້ມີຄຳເຫັນ ໂອລົມຕໍ່ພະນັກງານ ຫລາຍບັນຫາ ໂດຍໃຫ້ຖືເອົາວຽກງານ ສຶກສາອົບຮົມການເມືອງແນວຄິດເປັນກົກ ໃຫ້ສືບຕໍ່ເປັນເຈົ້າການ ໃນການ ຈັດຕັ້ງປະຕິບັດວຽກງານ ໃຫ້ມີຄວາມເຂັ້ມແຂງ ແລະ ສຳເລັດຕາມລະດັບຄາດໝາຍ.