ວັນທີ 4 ທັນວາ 2020ນີ້ ພະແນກ ຊສ ແຂວງ ສຳເລັດກອງປະຊຸມເຜີຍແຜ່ພາລະບົດບາດສະບັບປັບປຸງ.
#ຂໍ້ຕົກລົງວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວ ຂອງພະແນກ ຊສ ແຂວງ ແລະ ນະຄອນຫຼວງ ສະບັບເລກທີ 4983/ກຊສ, ລົງວັນທີ 3 ພະຈິກ 2020 ມີ6ໝວດ 16 ມາດຕາ; ໂຄງປະກອບກົງຈັກຂັ້ນແຂວງ ມີ5ຂະແໜງການຄື:
1.ຫ້ອງການບໍລິຫານ,ແຜນການ ແລະ ການເງິນ.
2.ຂະແໜງຈັດຕັ້ງ ແລະ ພະນັກງານ;
3.ຂະແໜງກວດກາ;
4. ຂະແໜງທີ່ດິນ;
5.ຂະແໜງສິ່ງແວດລ້ອມ,ນໍ້າ,ອຸຕຸນິຍົມ ແລະ ອຸທົກກະສາດ.
#ຂໍ້ຕົກລົງວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວ ຂອງຫ້ອງການ ຊສ ເມືອງ ສະບັບເລກທີ 4984/ກຊສ, ລົງວັນທີ 3 ພະຈິກ 2020ລວມມີ6ໝວດ 13ມາດຕາ;ໂຄງປະກອບກົງຈັກຂັ້ນເມືອງມີ2ໜ່ວຍງານຄື:
1.ໜ່ວຍງານບໍລິຫານ;
2.ໜ່ວຍງານວິຊາການ.
ທີ່ຫ້ອງປະຊຸມ ໃຫຍ່ ພະແນກ ຊສ ແຂວງ
ເປັນກຽດເຂົ້າຮ່ວມເປັນປະທານ ໂດຍທ່ານສະຖຽນ ວັນນະສຸກ ຫົວໜ້າພະແນກຊສ ແຂວງ ມີຄະນະນຳພະແນກ, ຫົວໜ້າຮອງຫົວໜ້າຫ້ອງການຊສ ເມືອງ, ຫົວໜ້າຮອງຫົວໜ້າຂະແໜງ 8ຂະແໜງການ ພ້ອມດ້ວຍພະນັກງານລັດຖະກອນທັງໝົດເຂົ້າຮ່ວມຢ່າງພ້ອມພຽງ.