ກອງປະຊຸມຕີລາຄາແບ່ງເພດປະເມີນໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ຄັ້ງທີ III ປະຈຳປີ 2020 ໜ່ວຍພັກ ທີ່ດິນ ໄດ້ດຳເນີນເປັນເວລາ   1 ຕອນ ຂອງວັນທີ 16 ທັນວາ 2020 ທີ່ຫ້ອງປະຊຸມຂອງຕົນ, ພາຍໃຕ້ການເປັນປະທານຂອງສະຫາຍ ສະຖຽນ ວັນນະສຸກ ເລຂາຄະນະພັກຮາກຖານ ຫົວໜ້າພະແນກ ຊສ ແຂວງ,ມ ມີສະຫາຍ ພວງທອນ ຂັດທະວົງ ເລຂາໜ່ວຍພັກທີ່ດິນ, ມີຜູ້ຕາງໜ້າຈາກຄະນະຈັດຕັ້ງ, ກວດກາ, ຄະນະໂຄສະນາອົບຮົມແຂວງ,ມີເລຂາຄະນະໜ່ວຍພັກສິ່ງແວດລ້ອມ, ໜ່ວຍພັກບໍລິຫານ, ສະມາຊິກພັກສົມບູນ ແລະ ສຳຮອງເຂົ້າຮ່ວມ 18 ສະຫາຍ.

ຈຸດປະສົງຕີລາຄາຄືນຍົກໃຫ້ເຫັນດ້ານດີຜົນງານການນຳພາຊີ້ນຳຂອງພັກໃນໄລຍະ 1 ປີຜ່ານມາ ແລະ ວາງທິດທາງແຜນການຕໍ່ໜ້າ, ຜ່ານໃບສຳຫຼວດກວດກາຕົນເອງ, ຕຳນິກໍ່ສ້າງເຊິ່ງກັນ ແລະ ກັນ ເພື່ອພ້ອມກັນກ້າວໜ້າໃນໜ້າທີ່ວຽກງານ ພ້ອມນີ້ສະມາຊິກພັກໄດ້ລົງຄະແນນປິດລັບໃຫ້ໜ່ວຍພັກ ແລະ ບຸກຄົນ.