ໃນວັນທີ 16 ມີນາ 2021ນີ້ ພະແນກ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແຂວງຫົວພັນ ສຳເລັດພິທີເຜີຍແຜ່ມະຕິກອງປະຊຸມໃຫຍ່ຜູ້ແທນກຳມະບານລາວທົ່ວປະເທດ ຄັ້ງທີ VIII ຂຶ້ນຢູ່ທີ ຫ້ອງປະຊຸມພະແນກ ຊສ ແຂວງຫົວພັນ ພິທີຄັ້ງນີພາຍໃຕ້ການເປັນປະທານຮ່ວມຂອງ ສະຫາຍ ນ. ພອງທຳ ທຳມະທອງ ຄະນະບໍລິຫານງານສູນກາງສະຫະພັນກຳມະບານລາວ ປະທານສະຫະພັນກຳມະບານແຂວງ ມີ ສະຫາຍ ນາງ ພວງແສງ ໄຊຍະສິດ ຄະນະພັກຮາກຖານ ຮອງຫົວໜ້າພະແນກ ຊສ ມີປະທານ ຮອງປະທານ ກຳມະບານຮາກຖານ ຕະຫຼອດຮອດສະມາຊິກກຳມະບານ ພາຍໃນພະແນກ ເຂົ້າຮ່ວມຢ່າງພ້ອມພຽງ.