ຕອນເຊົ້າ ວັນທີ 10 ພືດສະພາ 2021 ນີ້ ຢູ່ທີ່ພະແນກຊັບພະຍາກອນທຳມະ ຊາດ ແລະ ສິ່ງແວດລ້ອມແຂວງຫົວພັນ ໄດ້ຈັດພິທີ ມອບ-ຮັບເຄື່ອງ ອຸປະກອນນຳໃຊ້ໃຫ້ຫ້ອງວ່າການປົກຄອງເມືອງສົບເບົາ ແຂວງຫົວພັນ ເຊິ່ງລວມມີຄອມພິວເຕີໂນດບຸກຈຳນວນ 2 ຊຸດ ເປັນທືນສົມທົບພະແນກລວມມູນຄ່າ 6 ລ້ານກວ່າກີບ. ຕາງໜ້າມອບໂດຍ ທ່ານ ສະຖຽນ ວັນນະສຸກ ເລຂາຄະນະພັກຮາກຖານ ຫົວຫນ້າພະແນກ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງຫົວພັນ, ທ່ານ ໄຊຍະແສງ ຊົງຢົງຢາ ກຳມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ ເຈົ້າເມືອງໆສົບເບົາ ເປັນຜູ້ກ່າວຮັບ. ມີເຂົ້າຮ່ວມຈາກບັນດາທ່ານ ຫົວໜ້າ, ຄະນະພະແນກ;ຫົວຫນ້າ,ຮອງ ຂະແຫນງ, ຕະຫຼອດຮອດພະນັກງານ-ລັດຖະກອນພາຍໃນພະແນກ ເຂົ້າຮ່ວມເປັນສັກຂີພະຍານນຳ.