ວັນທີ 18 ພຶດສະພາ 2021​ ນີ້ ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແຂວງຫົວພັນ​ ພ້ອມດ້ວຍຂະແໜງການທີ່ກ່ຽວຂ້ອງຂັ້ນແຂວງ, ເມືອງ​ ສົມທົບກັບບໍລິສັດຮັບເໝົາກໍ່ສ້າງ, ລົງກວດກາ​ 80% ໂຄງການການກໍ່ສ້າງຫ້ອງການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ເມືອງຮ້ຽມ; ນຳພາໂດຍ ທ່ານ ສະຖຽນ ວັນນະສຸກ ຫົວໜ້າພະແນກ​ ​ຊສ​ ແຂວງ,​ທ່ານ​ ອານຸເດດ ສີຄຳໄຊ​ ຫົວໜ້າຫ້ອງວ່າການແຂວ ງ ແລະ​ ທີມງານເຂົ້າຮ່ວມທັງໝົດ 19​ຄົນ.

ໂຄງການດັ່ງກ່າວໄດ້ເລີ່ມລົງມືກໍ່ສ້າງໃນວັນທີ 26/01/2021; ເປັນອາຄານວິນລາຊັ້ນດຽວ, ຂະໜາດ 20 x 15 ແມັດ, ໃນອາຄານມີ 6 ຫ້ອງ ໃນນັ້ນ, ມີ​ຫ້ອງປະຊຸມ 1 ຫ້ອງ,​ຫ້ອງເຮັດວຽກ 5 ຫ້ອງ​ ແລະ ມີຫ້ອງນໍ້າ 2 ຫ້ອງ; ເຊິ່ງໄດ້ຮັບທຶນຈາກໂຄງການຄຸ້ມຄອງຊັບພະຍາກອນນໍ້າແບບເຊື່ອມສານໃນຂົງເຂດແມ່ນໍ້າຂອງຕອນລຸ່ມ ທີ່ທະນາຄານໂລກເປັນຜູ້ໃຫ້ທຶນ ໃນມູນຄ່າ 835,835,000 ກີບ ໂດຍແມ່ນພະແນກຊັບພະຍາ ກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ ເປັນເຈົ້າຂອງໂຄງການ ແລະ ມອບໃຫ້ບໍລິສັດຄູນຄໍາກໍ່ສ້າງ ແລະ ສ້ອມແປງເຄຫາສະຖານຈໍາກັດ ເປັນຜູ້ຮັບເໝົາກໍ່ສ້າງ, ມາຮອດປະຈຸບັນສາມາດກໍ່ສ້າງໄດ້ 81,81% ຂອງໜ້າວຽກທັງໝົດ.