ຕອນແລງ ຂອງວັນທີ່ 25 ມີຖຸນາ 2021 ນີ້ ຢູ່ທີ່ຫ້ອງປະຊຸມພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງ ໄດ້ຈັດພິທີມອບ-ຮັບໜ້າທີ່ ຂອງຫົວໜ້າພະແນກຊັບພະຍາກອນ ທຳມະຊາດ ແລະ ສິ່ງແວດ ລ້ອມ ລະຫວ່າງຫົວໜ້າຜູ້ເກົ່າ ແລະ ຜູ້ໃໝ່ ແລະ ປະກາດພະນັກງານອອກພັກການເຂົ້າຮັບເບ້ຍບໍານານ. ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ສະຖຽນ ວັນນະສຸກ, ອາດີດເລຂາຄະນະພັກຮາກຖານຫົວໜ້າພະແນກ ຊ ສ ແຂວງຫົວພັນ, ທ່ານ ສໍສະຫວັນ ບານຄຳມີ ເລຂາຄະນະພັກຮາກຖານ ພະແນກ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມຄົນໃຫ່ມ,ມີບັນດາທ່ານຫົວ ຫນ້າ,ຮອງຫ້ອງການ ຊສ ເມືອງ 6 ເມືອງ ແລະ ແຂກຖືກເຊີນມາຈາກຂະ ແໜງການກ່ຽວຂ້ອງ ຕະຫຼອດຮອດພະນັກງານ-ລັດຖະກອນພາຍໃນພະ ແນກ ເຂົ້າຮ່ວມຢ່າງ ພ້ອມພຽງ.

ໃນພິທີ ອາດີດຫົວໜ້າພະແນກຊັບພະຍາ ກອນທຳມະຊາດ ແລະສິ່ງແວດລ້ອມແຂວງຫົວພັນຜູ້ເກົ່າ ໄດ້ຜ່ານບົດສະ ຫຼຸບຫຍໍ້ ກ່ຽວກັບການຈັດຕັ້ງປະຕິບັດວຽກງານ ໃນໄລຍະຜ່ານມາຈົນເຖິງປະຈຸບັນ ຍົກໃຫ້ເຫັນດ້ານດີຜົນງານ ແລະ ບາງດ້ານທີ່ຍັງຄົງຄ້າງ. ພ້ອມນັ້ນຍັງໄດ້ມອບວຽກໃຫ້ ເລຂາຄະນະ ພັກຮາກຖານຜູ້ໃໝ່ສືບຕໍ່ວຽກງນທີ່ຍັງຄົງຄ້າງໃຫ້ມີຜົນສຳເລັດ.
ຕອນທ້າຍພິທີ ສະຫາຍເລຂາຄະນະພັກຮາກຖານຜູ້ໃຫ່ມ ໄດ້ມີຄຳເຫັນໂອ້ລົມ ກ່ອນອື່ນທ່ານໄດ້ສະແດງຄວາມ ຍ້ອງຍໍຊົມເຊີຍຕໍ່ຜູ້ທີ່ອອກພັກການເຂົ້າຮັບເບ້ຍບຳນານ ທີ່ມີຜົນງານດີເດັ່ນ ແລະ ເຮັດສຳເລັດໜ້າທີ່ການເມືອງຂອງຕົນ ແລະ ຮຽກຮ້ອງໃຫ້ສືບຕໍ່ ຈັດຕັ້ງປະຕິບັດວຽກງານທີ່ຍັງຄົງຄ້າງໃຫ້ມີຜົນ ສຳເລັດ , ສືບຕໍ່ສຶກສາອົບຮົມວຽກງານການເມືອງແນວຄິດໃຫ້ພະນັກງານ,ສ້າງຄວາມສາມັກຄີພາຍໃນ
ໃຫ້ແໜ້ນແຟ້ນ, ສືບຕໍ່ປັບປຸງແບບແຜນວິທີເຮັດວຽກໃຫ້ມີຄວາມເຂັ້ມແຂງຂື້ນເລື້ອຍໆ....