Print

ນຕອນແລງວັນທີ 14 ກໍລະກົດ 2021 ນີ້,ຮາກຖານສະຫະພັນແມ່ຍິງພະແນກ ຊັບພະຍາກອນ ທຳມະຊາດ ແລະ ສິ່ງແວດລ້ອມ ແຂວງຫົວພັນ ໄດ້ຈັດພິທີສະເຫຼີມສະຫລອງ ວັນສ້າງຕັ້ງອົງການຈັດຕັ້ງສະຫະພັນແມ່ຍິງລາວຄົບຮອບ 66 ປີ ( ວັນທີ 20 ກໍລະກົດ 1955 - ວັນທີ 20 ກໍລະກົດ 2021 )

ເພື່ອເປັນການຫວນຄືນ ປະຫວັດສາດມູນເຊື້ອຄວາມເປັນມາ ແຫຼ່ງການກຳເນີດ ແລະ ການຂະຫຍາຍຕົວ ຂອງອົງການຈັດຕັ້ງສະຫະພັນ ແມ່ຍິງແຕ່ລະຂັ້ນ ແລະ ຍັງໄດ້ເຊື່ອມຊືມເອກະສານສຳຄັນຈຳນວນຫນື່ງ ຢູ່ທີ່່ພະ ແນກ ຂອງຕົນ,ພາຍໃຕ້ການເປັນປະທານ ຂອງສະຫາຍ ນາງ ພວງແສງ ໄຊຍະສິດ ຄະນະພັກ ພະແນກ,ຜູ້ຊີ້ນຳວຽກງານອົງການຈັດຕັ້ງມະຫາ ຊົນ , ເຂົ້າຮ່ວມເປັນກຽດ ຂອງສະຫາຍ ນາງ ນາດ ຄຳດີ ປະທານຮາກຖານສະຫະ ພັນແມ່ຍິງ ພະແນກ ຊ ສ ແຂວງ , ຕະຫຼອດຮອດສະມາຊິກເອື້ອຍນ້ອງແມ່ຍິງພາຍໃນຮາກຖານເຂົ້າຮ່ວມທັງໝົດ 20 ທ່ານ.