Print

        ໃນຕອນເຊົ້າ ຂອງ ວັນທີ່ 22 ກໍລະກົດ 2021. ຢູ່ທີ່ຫ້ອງປະຊຸມ ພະແນກຊັບພະຍາກອນ ທຳມະຊາດ ແລະ ສິ່ງແວດລ້ອມ, ກົມຄວບຄຸມ ແລະ ຕິດຕາມກວດກາມົນລະພິດ ກະຊວງ ຊສ ໄດ້ມີການຈັດກອງປະຊຸມ ປຶກສາຫາລືເກັບກຳຂໍ້ມູນ ໃນການສ້າງຖານຂໍ້ມູນ ແລະ ເວບໄຊ໌ ໂດຍສົມທົບກັບ ພະແນກ ສຊ ແຂວງຫົວພັນ, ເພື່ອເອກະພາບ ບັນດາແບບຟອມ ເພື່ອກະກຽມເກັບກຳຂໍ້ມູນໄປສ້າງຖານຂໍ້ມູນ ຕິດຕາມກວດກາມົນລະພິດ ແລະ ບັນຊີໂຄງການ ແລະ ເວັບໄຊ໌ ພາຍໃຕ້ການເປັນປະທານ ຂອງທ່ານ ສົມເພັດ ສາຍສີດາວົງ ຫົວຫນ້າພະແນກສັງລວມ ກົມຄວບຄຸມ ແລະ ຕິດຕາມກວດກາມົນລະພິດ ພ້ອມດ້ວຍຄະນະທີມງານ,ມີຂະແໜງການທີ່ກ່ຽວຂ້ອງຂັ້ນພະແນກເຂົ້າຮ່ວມທັງຫມົດ 15 ຄົນ,ຍິງ 3 ຄົນ

ກອງປະຊຸມໄດ້ຮັບຟັງການເຜີຍແຜ່ຂໍ້ມູນຂັ້ນພື້ນຖານ ຈາກທ່ານ ທະນົງຄຳ ແຫວນທອງຄຳ ວິຊາການກົມຄວບຄຸມ ແລະ ຕິດຕາມກວດກາມົນລະພິດກະຊວງ ຊສ ຊີ້ແຈງຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກໃນການນຳໃຊ້ເຄື່ອງມືອຸປະກອນໄອທີ,ລະບົບແບບຟອມເກັບກຳຂໍ້ມູນພື້ນຖານ ແລະ ຄຳຖາມເຈາະຈີ້ມຈຳນວນຫນື່ງເຊິງລາຍລະອຽດມີເນື້ອໃນດັ່ງນີ້:ຂໍ້ມູນຕິດຕາມການກວດກາມົນລະພິດນ້ຳປື້ອນ,ອາກາດ,ສຽງ,ສະຫນາມຂື້ເຫຍື້ອທົ່ວໄປ,ສະຫນາມກຳຈັດສິ່ງເສດເຫຼືອອັນຕະລາຍ,ລະບົບຂົນສົ່ງ ແລະ ການເກັບມ້ຽມສິ່ງເສດເຫຼືອ,ບັນດກິດຈະການທີ່ດຳເນີນທຸລະກິດຮັບຊື້ກ່ຽວກັບສິ່ງເສດເຫຼືອທົ່ວໄປແລະສິ່ງເສດເຫຼືອອັນຕະລາຍ ,ການຄຸ້ມຄອງສານເຄມີ,ສານເຄມີພາຍໃຕ້ສົນທິສັນຍາ,ສານເຄມີອຸດສາຫະກຳ ແລະ ກະສິກຳ,ບັນດາລະຫັດຊື່ສານເຄມີ,ສາເຫດສຸກເສີນຈາກສານເຄມີ,ສາເຫດສຸກເສີນຈາກສິ່ງເສດເຫຼືອ ຈາກນັ້ນໄດ້ພ້ອມ ກັນປືກສາຫາລື ແລະ ແລກປ່ຽນຄຳຄິດ-ຄຳເຫັນປະກອບໃສ່ບັນດາແບບຟອມ ເພື່ອກະກຽມເກັບກຳຂໍ້ມູນໄປສ້າງລະບົບຖານເກັບກຳຂໍ້ມູນພື້ນຖານ ຕິດຕາມກວດກາມົນລະພິດ ແລະ ບັນຊີໂຄງການ ຂອງກົມຄວບຄຸມ ແລະ ຕິດຕາມກວດກາມົນລະພິດຕາມແບບຟອມປະເມີນຢ່າງກົງໄປກົງມາເພື່ອຄວາມເປັນເອກະພາບກັນໃນຕໍ່ຫນ້າພ້ອມດຽວກັນນັ້ນປະທານກອງປະຊຸມຍັງໄດ້ເນັ້ນຫນັກ ແລະ ເອົາໃຈໃສ່ບາງເນື້ອໃນຂັ້ນຕອນຄື: ຂອດການປະສານງານວຽກງານດັ່ງກ່າວຈະໄດ້ສືບຕໍ່ຮ່ວມກັນໃນການສ້າງຄວາມເຂັ້ມແຂງດ້ານວິຊາການທຸກດ້ານຈະຕ້ອງຝືກອົບຮົມເປັນສິ່ງສຳຄັນ ແລະ ວິທີການປ້ອມຂໍ້ມູນເຂົ້າລະບົບໂປຼແກຼມເລີຍຍິ່ງເປັນການດີ,ການນຳໃຊ້ລະບົບອິນເຕີເນັດເຂົ້າໃນວຽກງານນີ້ຍັງບໍ່ທັນຕອບສະຫນອງຕາມການຄົ້ນຄວ້າສະເຫນີກ່ຽວກັບການສ້າງລະບົບເກັບກຳຂໍ້ມູນຂັ້ນພື້ນຖານຂອງກົມຄວບຄຸມ ແລະ ຕິດຕາມກວດກາມົນລະພິດດັ່ງກ່າວໃຫ້ແທດເຫມາະກັບສະພາບຕົວຈິງຂອງແຂວງ.