ວັນທີ່ 09 ສິງຫາ 2021  ຢູ່ທີ່ຫ້ອງປະຊຸມ ພະແນກ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ຫ້ອງການ ກະຊວງ ສົມທົບ ພະແນກ ຊສ ແຂວງ ຫົວພັນຈັດກອງປະຊຸມ ປຶກສາຫາລື ແລກປ່ຽນບົດຮຽນ ວຽກງານ ຊສ ຈຸດປະສົງ ແມ່ນມາຊຸກຍູ້ວຽກງານ ການຄຸ້ມຄອງ ຂື້ນບັນຊີຊັບສິນຂອງລັດ, ວຽກງານ ສົ່ງເສີມຄວາມກ້າວຫນ້າຂອງແມ່ຍິງ ແລະ ເດັກນ້ອຍ, ວຽກງານ ການປັບປຸງຂໍ້ມູນເວບໄຊ ແລະ ວິທີການເກັບຮັກສາແບບອີເລັກໂຕຼນິກລະບົບປະຊຸມທາງໄກ, ການແນະນຳວິທີນຳໃຊ້ໂປຼແກມ ຂາເຂົ້າ-ຂາອອກບໍລິຫານທາງລັດຖະການເພື່ອເອກະພາບ ບັນດາຖານຂໍ້ມູນ,ບັນຊີ ແລະ ເວັບໄຊ໌ ເປັນເວລາ 1 ວັນເຕັມ ພາຍໃຕ້ການເປັນປະທານ ຂອງທ່ານ ສໍສະຫວັນ ບານຄຳມີ ເລຂາຄະນະພັກຮາກຖານ ຫົວຫນ້າພະແນກ ຊສ ແຂວງຫົວພັນ ແລະ ເປັນກຽດເຂົ້າຮ່ວມ ຂອງ ທ່ານ ສົມອຸລາ ຍະພິຈິດ ຫົວຫນ້າ ພະແນກ ຂ່າວສານ ແລະ ອິນເຕີເນັດ ຫ້ອງການ ກຊສ ພ້ອມດ້ວຍຄະນະທີມງານ,ມີພະນັກງານ-ລັດຖະກອນຂອງຂະແໜງການທີ່ກ່ຽວຂ້ອງຂັ້ນພະແນກເຂົ້າຮ່ວມທັງຫມົດ 20 ຄົນ,ຍິງ 10 ຄົນ,

ກອງປະຊຸມໄດ້ຮັບຟັງການເຜີຍແຜ່ຂໍ້ມູນຈາກທີມງານກະຊວງ ຊສ ຊີ້ແຈງຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກໃນການນຳໃຊ້ເຄື່ອງມືໂປຼແກມລະບົບໄອທີ, ພ້ອມທັງສົນທະນາຕາມຄຳຖາມເຈາະຈີ້ມຈຳນວນຫນື່ງເປັນຕົ້ນ: ຂໍ້ມູນການຄຸ້ມຄອງບັນຊີຊັບສິນຂອງລັດ,ວຽກງານສົ່ງເສີມຄວາມກ້າວຫນ້າຂອງແມ່ຍິງ ແລະ ເດັກນ້ອຍ,ວຽກງານການປັບປຸງຂໍ້ມູນເວບໄຊ ແລະ ວິທີການເກັບຮັກສາແບບອີເລັກໂຕຼນິກລະບົບປະຊຸມທາງໄກ, ການແນະນຳວິທີນຳໃຊ້ໂປຼແກມ ຂາເຂົ້າ-ຂາອອກບໍລິຫານທາງລັດຖະການ ຈາກນັ້ນໄດ້ພ້ອມກັນປືກສາຫາລື ແລະ ແລກປ່ຽນຄຳຄິດ-ຄຳເຫັນປະກອບໃສ່ບັນດາຖານຂໍ້ມູນຕ່າງໆສ້າງສັນ ເພື່ອຄວາມເປັນເອກະພາບກັນໃນຕໍ່ຫນ້າພ້ອມດຽວກັນນັ້ນປະທານກອງປະຊຸມຍັງໄດ້ເນັ້ນຫນັກ ແລະ ເອົາໃຈໃສ່ບາງເນື້ອໃນຂັ້ນຕອນຄື: ຂອດການປະສານງານວຽກງານດັ່ງກ່າວຈະໄດ້ສືບຕໍ່ຮ່ວມກັນເພື່ອສ້າງຄວາມເຂັ້ມແຂງດ້ານວິຊາການທຸກດ້ານເປັນຕົ້ນການຝືກອົບຮົມເປັນສິ່ງສຳຄັນ ແລະ ວິທີການປ້ອມຂໍ້ມູນເຂົ້າລະບົບໂປຼແກຼມ,ການນຳໃຊ້ລະບົບອິນເຕີເນັດເຂົ້າໃນວຽກງານ ດັ່ງກ່າວດີຂື້ນເລື້ອຍໆ.