ໃນວັນທີ 2-5 ສິງຫາ 2021 ຜ່ານມານີ້ ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງຫົວພັນ,ໄດ້ເປີດຊຸດຝຶກອົບຮົມ ການນໍາໃຊ້ ລະບົບຖານຂໍ້ມູນຈັດສັນທີ່ດິນ ( LUIS V2.0 ) ຂື້ນທີ່ຫ້ອງປະຊຸມພະແນກການດັ່ງກ່າວ ພາຍໃຕ້ການເປັນປະທານ ຂອງທ່ານ : ແກ້ວປະສິດ ນຶກມະນີວົງ ຮອງຫົວຫນ້າ ພະແນກ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງຫົວພັນ, ມີຜູ້ເຂົ້າຮ່ວມມາຈາກກົມທີ່ດິນ ກຊສ, ກົມຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກໍາ ກະຊວງກະສິກໍາ ແລະ ປ່າໄມ້, ພະແນກ ກະສິກໍາ ແລະ ປ່າໄມ້ ແຂວງຫົວພັນ, ພະແນກ ຊ ສ ແຂວງຫົວພັນ, ຫ້ອງການ ຊສ ເມືອງ ແອດ, ຫົວເມືອງ ແລະ ເມືອງຊ່ອນ, ຫ້ອງການກະສິກຳ ແລະ ປ່າໄມ້ເມືອງແອດ, ຫົວເມືອງ ແລະ ເມືອງຊ່ອນ, ກອງຄຸ້ມຄອງອຸທິຍານແຫ່ງຊາດນໍ້າແອດ - ພູເລີຍ ແລະ ທີ່ປືກສາໂຄງການ GIZ, ເຊິງບຸກຄະລາກອນເຂົ້າຮ່ວມຝືກອົບຮົມຄັ້ງນີ້ມີທັງຫມົດ 20 ກວ່າທ່ານ ໄດ້ດໍາເນີນຊຸດຝຶກອົບຮົມເປັນເວລາ 4 ວັນເຕັມຈິ່ງສໍາເລັດ.


ຊຸດ​ຝຶກ​ອົບຮົມ​ຄັ້ງນີ້ ນັກສຳມະ​ນາກ​ອນໄດ້ຮຽນຮູ້ເຕັກນິກການນໍາໃຊ້ເຄື່ອງມື ລະບົບຖານຂໍ້ມູນນຳໃຊ້ທີ່ດິນ ( LUIS V2.0 ),ບັນດາຂັ້ນຕອນການອັບໂຫລດຂໍ້ມູນລົງໃນລະບົບຖານຂໍ້ໂຄງສ້າງ,ການຄຸ້ມຄອງ ແລະ ເຄື່ອງມືເປັນຂອງແຜນທີ່ກາຍະພາບ ( APF ) ໃນລະບົບຖານຂໍ້ມູນນຳໃຊ້ທີ່ດິນຂັ້ນພື້ນຖານ ຂອງລະບົບ GIS ໃນການກວດກາຄຸນນະພາບຂອງຂໍ້ມູນກ່ອນອັບໂຫລດນັກສຳມະກອນສ່ວນຫລາຍມີຄວາມເຂົ້າໃຈໂດຍພື້ນຖານໃນການນຳໃຊ້ລະບົບຖານຂໍ້ມູນນຳໃຊ້ທີ່ດິນ ( LUIS V2.0 ) ເຊີ່ງມັນສະແດງອອກໃນການປະເມີນຜົນຂອງການຝຶກອົບຮົມຄື:ການບັນລະຍາຍຂອງຄູຝືກສະພາບຫ້ອງການມີສ່ວນຮ່ວມບັນດາອຸປະກອນຮັບໃຊ້ບັນຍາກາດໃນການຝືກວຽກງານການນໍາໃຊ້ລະບົບຖານຂໍ້ມູນນຳໃຊ້ທີ່ດິນ( LUIS V2.0)ການນໍາສະເໜີຫົວຂໍ້ APF ວິທີກວດແກ້ ແລະ ກະກຽມຂໍ້ມູນ GIS ທີກວດແກ້ ແລະ  ວິທີການອັບໂຫລດຂໍ້ມູນແຕ່​ລະ​ດ້ານ​ສະ​ເລ່ຍລວມ 80% ພ້ອມດຽວກັນນັ້ນ ຜູ້ປະສານງານໂຄງການໄດ້ຕ່າງຫນ້າ ຂອງຜູ້ໃຫ້ການສະຫນັບສະຫນູນ ຍັງໄດ້ມອບເຄື່ອງຈຳນວນຫນື່ງໃຫ້ 3 ເມືອງຄື: ເມືອງຫົວເມືອງ,ເມືອງຊ່ອນ ແລະ ເມືອງແອດ;

      ຕອນທ້າຍ ຄະນະປະທານ ໄດ້ມີຄຳເຫັນໂອ້ລົມ ຕໍ່ທີ່ປະຊຸມ ກ່ອນອື່ນທ່ານ ໄດ້ສະແດງຄວາມຂອບໃຈມາຍັງໂຄງການດັ່ງກ່າວ ທີ່ໃຫ້ການສະໜັບສະໜູນວຽກງານການນໍາໃຊ້ ລະບົບຖານຂໍ້ມູນຈັດສັນທີ່ດິນ( LUIS V2.0 ) ຢູ່ແຂວງຫົວພັນ ເປັນຕົ້ນດ້ານອຸປະກອນເຄື່ອງມືຮັບໃຊ້ຕ່າງໆ ພ້ອມທັງສິດສອນເຕັກນິກແຕ່ລະໜ້າວຽກໃຫ້ນັກສຳມະນາກອນໄດ້ຮໍ່າຮຽນເອົາບົດຮຽນອັນໃໝ່ເພື່ອນໍາໄປຈັດຕັ້ງປະຕິບັດວຽກງານຕົວຈິງໃຫ້ມີປະສິດທິພາບສູງ ແຜນງານການຈັດຕັ້ງປະຕິບັດ​ຕົວ​ຈິງ​ແມ່ນຈະເລີ່ມ​ແຕ່ກາງເດືອນ ຕຸລາ ນີ້​ເປັນຕົ້ນ​ໄປ ​ຢູ່ 3 ເມືອງຄື: ເມືອງແອດ, ຫົວເມືອງ ແລະ ເມືອງຊ່ອນ ຈັດຕັ້ງປະຕິບັດ ວຽກງານວາງແຜນນຳໃຊ້ທີ່ດິນ ແລະ ຄຸ້ມຄອງທີ່ດິນກະສິກຳແບບມີສ່ວນຮ່ວມຂັ້ນບ້ານ ໃນເຂດປ່າໄມ້ PLUP/PALM ໃຫ້ຖືກຕາມຮູບແບບຂອງລະບົບຖານຂໍ້ມູນນຳໃຊ້ທີ່ດິນ ( LUIS V2.0 ).  ທັງ​ນີ້ກໍ່​ເພື່ອ​ເປັນ​ການ​ຍົກ​ລະດັບ​ຄວາມ​ຮູ້​ຄວາມ​ສາມາດ​ໃຫ້​ແກ່​ພະນັກງານ​ທີ່​ດິນ​ກ່ຽວກັບ​ການນໍາໃຊ້ ລະບົບຖານຂໍ້ມູນຈັດສັນທີ່ດິນ ( LUIS V2.0 )ຂັ້ນພື້ນຖານ ຢູ່​ແຂວງ​ຫົວພັນ;