ໃນຕອນເຊົ້າວັນທີ່ 06 ສິງຫາ 2021 ນີ້ ຫນ່ວຍພັກທີ່ດິນ ທີ່ຂື້ນກັບ ຮາກ ຖານພັກພະແນກ ຊ ສ ແຂວງຫົວພັນ ໄດ້ຈັດພິທີ ຮັບເອົາມະຫາຊົນ ກ້າວຫນ້າເຂົ້າເປັນສະມາຊິກພັກສຳຮອງ ຈຳນວນ 1 ສະຫາຍ ຄື: ສະຫາຍ ນາງ ຄິດສະຫມອນ ອິນທະບົວລີ  ຢູ່ທີ່ຫ້ອງປະຊຸມ ພະແນກ ຂອງຕົນ. ໂດຍການເຂົ້າ ຮ່ວມເປັນປະທານ ຂອງສະຫາຍ ສໍສະຫວັນ ບານຄຳມີ ,ເລຂາຄະນະພັກຮາກຖານ ຫົວໜ້າພະແນກ ຊັບພະຍາກອນ ທຳມະຊາດ ແລະ ສິ່ງແວດ ລ້ອມແຂວງຫົວພັນ, ມີສະຫາຍຄະນະພັກຮາກຖານ,ອົງການຈັດຕັ້ງພາຄີ,ສະຫາຍເລຂາຫນ່ວຍພັກ ພ້ອມດ້ວຍສະມາຊິກພັກສົມບູນ ແລະ ສຳຮອງເຂົ້າຮ່ວມ 15 ສະຫາຍ.

ກອງປະຊຸມ ສະຫາຍ  ພວງທອນ ຂັດທະວົງ ເລຂາຫນ່ວຍພັກທີ່ດິນ  ຂຶ້ນຜ່ານມະຕິຕົກລົງຂອງຄະນະປະຈຳພັກແຂວງສະບັບເລກທີ168/ຄປຈຂ.ຫພ,ລົງວັນທີ່ 12 ກໍລະກົດ 2021 ວ່າດ້ວຍການຮັບເອົາມະຫາຊົນກ້າວຫນ້າເຂົ້າເປັນສະມາຊີກພັກສຳຮອງຈຳນວນ 1 ສະຫາຍຄື: ສະຫາຍ ນາງ ຄິດສະຫມອນ ອິນທະບົວລີ  ຈາກນັ້ນສະຫາຍ ສະຫາຍ ສໍສະຫວັນ ບານຄຳມີ ,ເລຂາຄະນະພັກຮາກຖານ ຫົວໜ້າພະແນກ ຊັບພະຍາກອນ ທຳມະຊາດ ແລະ ສິ່ງແວດ ລ້ອມແຂວງຫົວພັນໄດ້ມີຄຳເຫັນຮັບ ແລະ ໂອ້ລົມຕັກເຕືອນ ຫຼາຍບັນຫາທີ່ສຳຄັນເຊິ່ງໄດ້ຊີ້ທິດເຍືອງທາງ ໃຫ້ແກ່ສະມາຊິກພັກ ໃຫ້ເອົາໃຈໃສ່ເຝິກຝົນຫຼໍ່ຫຼອມຕົນເອງໃຫ້ກາຍເປັນສະມາຊິກພັກທີ່ດິນເດັ່ນ, ສືບຕໍ່ເຮັດວຽກງານວິຊາສະເພາະໃຫ້ມີຜົນສຳເລັດສູງຂື້ນກ່ວາເກົ່າທາງນີ້ກໍ່ເພື່ອປະຕິບັດຕາມກົດລະບຽບ ຂອງພັກຢ່າງເຂັ້ມງວດ ປະກົດຜົນເປັນຈິງ.