ໃນລະຫວ່າງວັນທີ 10-13​ ສິງຫາ​ 2021 ຜ່ານມານີ້,ທີມງານພະແນກ ຊ ສ ແຂວງຫົວພັນ ນຳໂດຍ: ທ່ານ​ ສໍສະຫວັນ​ ບານຄໍາມີ ເລຂາຄະນະພັກຮາກຖານ,​ຫົວໜ້າພະແນກຊັບ ພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແຂວງຫົວພັນ​ ຜູ້ໃໝ່ ໄດ້ລົງແນະນໍາຕົວ ແລະ​ ຊຸກຍູ້ການຈັດຕັ້ງປະຕິບັດວຽກງານ​ຢູ່ບັນດາ ເມືອງເປັນຕົ້ນແມ່ນຫ້ອງການ ຊສ​ ເມືອງວຽງໄຊ,​ເມືອງຊໍາໃຕ້ ແລະ​ ເມືອງກວັນ ຮ່ວມກັບບັນດາທ່ານຫົວໜ້າ  8​ ຂະແໜງການພາຍໃນພະແນກ ຂອງຕົນ.

 ການລົງເຮັດວຽກໃນຄັ້ງນີ້​ແມ່ນເພື່ອເປັນການແນະນໍາຕົວຢ່າງເປັນທາງການຂອງທ່ານຫົວໜ້າພະແນກຜູ້ໃໝ່ ແລະ ຊຸກຍູ້ການຈັດຕັ້ງປະຕິບັດວຽກງານຮອບດ້ານ 6 ເດືອນຕົ້ນປີ ແລະ ວາງແຜນ ການ 6 ເດືອນທ້າຍປີ 2021 ຂອງຫ້ອງການ ຊ ສ ເມືອງແຕ່ລະເມືອງ ໃນນັ້ນ ໄດ້ມີການນໍາເມືອງ ແລະ ບັນດາຫ້ອງການທີ່ກ່ຽວຂ້ອງ ຂອງເມືອງ ຕະຫຼອດຮອດພະນັກງານ-ລັດຖະກອນພາຍໃນຫ້ອງການ ຊ ສ ສາມເມືອງເຂົ້້າຮ່ວມຢ່າງພ້ອມພຽງ;ພ້ອມກັນນັ້ນ ທີມງານຍັງໄດ້ລົງຕິດຕາມກວດກາດ້ານສິ່ງແວດລ້ອມ ຂອງໂຄງການກໍ່ສ້າງເຂື່ອນໄຟຟ້ານໍ້າຊໍາ1A,ນໍ້າຊໍາ 3 ເມືອງຊໍາໃຕ້ ແລະ ໂຄງການຂຸດຄົ້ນແຮ່ເຫຼັກ ທີ່ບ້ານຟ້ອງຊ້າງ ເມືອງວຽງໄຊ ແຂວງຫົວພັນນໍາອີກ.