Print

 

      ຕອນເຊົ້າ ວັນທີ່ 26 ສິງຫາ 2021 ນີ້, ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງຫົວພັນ ສົມທົບກັບການນຳເມືອງໆຊຳເຫນືອ ແລະ ບໍລິສັດໂອເລັນທຽວຈໍາກັດ Oriental Co; Ltd, ຈັດກອງປະຊຸມປືກສາຫາລື ຜ່ານແຜນຄຸ້ມຄອງສິ່ງແວດລ້ອມເບື້ອງຕົ້ນ ກ່ຽວກັບຜົນກະທົບຕໍ່ສິ່ງແວດ ລ້ອມ IEE ຂອງໂຄງການກໍ່ສ້າງຣີສອດລາວ ຢູ່ເຂດພູຫົວນາໝີ່ ເມືອງຊຳເຫນືອແຂວງຫົວພັນ,ຢູ່ທີ່ຫ້ອງປະຊຸມຊັ້ນສາມ ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງຫົວພັນ ພາຍໃຕ້ການເປັນປະທານຂອງທ່ານ ແກ້ວປະສິດ ນືກມະນີວົງ ຮອງຫົວຫນ້າພະແນກ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງຫົວພັນ,ເຂົ້າຮ່ວມເປັນກຽດຂອງທ່ານ ນາງ ຄຳພອນ ສົມບູນ ຄະນະປະຈຳພັກເມືອງ ຮອງເຈົ້າເມືອໆຊຳເເຫນືອ,ມີຜູ່ຕ່າງຫນ້າຈາກບໍລິສັດໂອເລັນທຽວ ຈໍາກັດ ແລະ ບໍລິສັດ ວິສະວະ ກອນກໍ່ສ້າງ ແລະ ວິສະວະກໍາ ຈໍາກັດຜູ້ດຽວ(ບໍລິສັດ ທີ່ປຶກສາດ້ານສິ່ງແວດລ້ອມ),ມີພາກສ່ວນທີ່ກ່ຽວ ຂ້ອງຈາກພະແນກການຂັ້ນແຂວງ,ອອ້ມຂ້າງເມືອງຊຳເຫນືອ,ອຳນາດການປົກຄອງບ້ານເປົ້າຫມາຍ,ຕະ ຫຼອດຮອດພະນັກງານວິຊາການເຂົ້າຮ່ວມນຳ.

             ກອງປະຊຸມ ຜູ້ຕ່າງໜ້າ ບໍລິສັດໂອເລັນທຽວ ຈໍາກັດ ( Oriental Co; Ltd)  ໄດ້ສະເຫນີຈຸດປະສົງຂອງບົດລາຍງານການສຶກສາຜົນ​ກະ​ທົບຕໍ່​ສິ່ງ​ແວດ​ລ້ອມເບື້ອງຕົ້ນໂຄງການພັດທະນາຣີສອດລາວຢູ່​ເຂດ ​ພູ​ຫົວ​ນາ​ໝີ່ ບ້ານ​ທາດ​ເມືອງ ເມືອງຊຳເໜືອ, ແຂວງຫົວພັນ,ເພື່ອສືກສາ ແລະ ປະເມີນຜົນກະທົບຕໍ່ສິ່ງແວດລ້ອມ-ສັງຄົມ ພ້ອມທັງວາງແຜນໃນການປ້ອງກັນ,ຫຼຸດຜ່ອນ ແລະ ແກ້ໄຂຜົນກະທົບທີ່ອາດຈະເກີດຂື້ນຈາກກິດຈະກຳຂອງໂຄງການໃຫ້ມີຫນ້ອຍທີ່ສຸດຕາມມາດຖານ ແລະ ຖືກຕ້ອງຕາມຫຼັກການດ້ານສິ່ງແວດລ້ອມເພື່ອຮັບປະກັນການລົງທືນທີ່ຢືນຍົງ,ໂຄງການພັດທະນາຣີສອດລາວ ຢູ່​ເຂດ​ພູ​ຫົວ​ນາ​ໝີ່ ບ້ານ​ທາດ​ເມືອງ,ບ້ານນາສະກາງ ແລະ ບ້ານຊຳເຫນືອ ເມືອງຊຳເໜືອ, ແຂວງຫົວພັນ, ໄດ້ເລີ່ມສືກ ສາຄົ້ນຄ້ວາມາແຕ່ຕົ້ນປີ 2019 ນີ້ເຊິ່ງຈະໄດ້ນຳໃຊ້ທືນທັງຫມົດ 19,800,000 USA ,ຕາມບົດວິພາກການເຊັນສັນຍາ,ຫ່າງຈາກນະຄອນຫຼວງວຽງຈັນ ປະມານ 620 ກິໂລແມດ, ມີເນື້ອທີ່ທັງໝົດແມ່ນ 12.7 ເຮັກຕາ.ມີເຂດແດນຕິດຈອດກັບ 3 ບ້ານຄື:  ບ້ານຊຳເໜືອ, ບ້ານທາດເມືອງ ແລະ ບ້ານນາສະກາງ. ກິດຈະກຳຂອງໂຄງການປະກອບມີ:ສວນສະຫນຸກ,ທີ່ພັກອາໃສ,ໂຮງແຮມ,ສູນປະຊູມ,ສູນການຄ້າ,ຫໍພະລິດຕະພັນພື້ນເມືອງ,ໂຮງຮຽນທີ່ທັນສະໄຫມ,ໂຮງໝໍທີ່ທັນສະໄຫມ,ສະຖານທີອອກກຳລັງກາຍ,ອາຄານບໍລິຫານ,ສູນບັນເທີ້ງ,ສູນບຳບັດນ້ຳເສຍ;ມີອາຍຸການສໍາປະທານເພື່ອພັດທະນາ 50 ປີ,ສາມາດຕໍ່ໄດ້ ພາຍ ຫຼັງຜ່ານບົດສະເຫນີໂຄງການແລ້ວຍັງໄດ້ປຶກສາແລກປ່ຽນຄວາມຄິດເຫັນເຊິ່ງກັນ ແລະ ກັັນເຮັດໃຫ້ຂອດການປະສານງານລະຫວ່າງບໍລິສັດ,ຂັ້ນແຂວງ,ຂັ້ນເມືອງມີຄວາມສ່ອງຄ່ອງຕາມແຜນຄຸ້ມຄອງສິ່ງແວດ ລ້ອມ ແລະ ມອບໃຫ້ຜູ້ພັດທະນາໂຄງການສົມທົບກັບຫ້ອງການວ່າປົກຄອງ ເມືອງຊຳເໜືອ ແລະ ຂະແຫນງການທີ່ກ່ຽວຂ້ອງ ກວດກາ ພ້ອມທັງເກັບກໍາຂໍ້ມູນຜົນກະທົບຕໍ່ທີ່ດິນວັດທະນາທຳ,ທີ່ດິນປ່າໄມ້ ແລະ ພື້ນທີ່ທັບຊ້ອຍຂອງໂຄງການອື່ນໃນຂອບເຂດພື້ນທີ່ບາງບ້ານ ຂອງໂຄງການທີ່ຈະນຳໃຊ້ເຂົ້າໃນຂະ ບວນການພັດທະນາຣີສອດ ເພື່ອສາມາດຈັດຕັ້ງປະຕິບັດໂຄງການໃຫ້ມີປະສິດຕິຜົນສູງຕາມແຜນຄຸ້ມຄອງຕ່າງໆທີ່ໄດ້ຮັບອະນຸມັດຈາກພາກສ່ວນກ່ຽວຂ້ອງຂອງລັດ.                 ຕອນທ້າຍ ທ່ານ: ແກ້ວປະສິດ ນືກມະນີວົງ ຮອງຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງຫົວພັນ, ໄດ້ເນັ້ນໃຫ້ທຸກພາກສ່ວນຕ້ອງໄດ້ປັບປຸງໃນຂອດຜົນກະທົບ ແລະ ມາດຕະການແກ້ໄຂ ຜົນກະທົບເພື່ອຈັດຕັ້ງປະຕິບັດໃນການຕິດຕາມກວດກາບັນດາໂຄງການລົງທືນຂອງລັດ ຫຼື ເອກະຊົນ ເອົາໃຈໃສ່ສືກສາບົດສະເຫນີແຜນຄຸ້ມຄອງດ້ານສິ່ງແວດລ້ອມໃຫ້ລະອຽດຈະແຈ້ງ ແລະ ສົມທົບກັບບ້ານ ເກັບກໍາຂໍ້ມູນກ່ຽວກັບພື້ນທີ່ ວ່າຈະມີຜົນກະທົບ ຈາກໂຄງການ ກໍ່ສ້າງຣີສອດລາວຄັ້ງນີ້ຫຼືບໍ.