ກົມທີ່ດິນກະຊວງ ຊສ ສົມທົບກັບພະແນກຊັບພະຍາກອນທຳມະຊາດ  ແລະ ສີ່ງແວດລ້ອມແຂວງຫົວພັນ ຈັດຊຸດຝຶກອົບຮົມວຽກງານການຮັບຮູ້ສິດນໍາໃຊ້ທີ່ດິນຕາມປະເພນີ ແລະ ທີ່ດິນປ່າໄມ້ ຢູ່ໃນເຂດ 03 ປະເພດປ່າ ຂື້ນທີ່ພະແນກການດັ່ງກ່າວໂດຍການສະໜັບສະໜູນ ຂອງໂຄງການຮ່ວມມືລາວ-ເຢຍລະ ມັນ, ພາຍໃຕ້ແຜນງານ GIZ-LETeS, ໄດ້ເປີດຂື້ນ ແລະ ປິດລົງດ້ວຍຜົົນສຳເລັດ​ດີ ຄັ້ງວັນ​ທີ່ 23 ສິງຫາ ເຖິງວັນທີ່ 3 ກັນຍາ 2021 ຜ່ານມານີ້ ພາຍໃຕ້ການເປັນປະທານ ຂອງທ່ານ ແກ້ວປະສິດ ນຶກມະນີວົງ ຮອງຫົວຫນ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ,ທີ​ມງານຄູຝຶກກະຊວງ,ກົມ ທີ່ດິນ,ຊ່ຽວຊານGIZ, ວິຊາ​ການ​ ພຊສ ແຂວງ ,ວິຊາການຈາກພະແນກກະສິກໍາ ແລະ ປ່າໄມ້ແຂວງ,ວິຊາການຫ້ອງການສະຫະພັນແມ່ຍິງແຂວງ,ວິຊາການຫ້ອງການຊັບພະຍາກອນ ທຳມະຊາດ ແລະ ສິ່ງແວດລ້ອມເມືອງ,ວິຊາການຫ້ອງການກະສິກຳ ແລະ ປ່າໄມ້ເມືອງ ສາມເມືອງເປົ້າໝາຍໂຄງການຄື: ເມືອງ ຫົວເມືອງ, ເມືອງ ຊ່ອນ ແລະ ເມືອງ ແອດ ເຂົ້າຮ່ວມທັງໝົດ 30 ທ່ານ, ຍິງ 08 ທ່ານ

ເພື່ອຈັດຕັ້ງຜັນຂະຫຍາຍກົດໝາຍທີ່ດິນ,ສະບັບເລກທີ່ 70/ສພຊ, ລົງວັນທີ 21 ມິຖຸນາ 2019, ໂດຍສະເພາະມາດຕາ44 ແລະ ມາດຕາ130 ທີ່ເວົ້າເຖິງການຮັບຮູ້,ການຄອບຄອງ ແລະ ນຳໃຊ້ທີ່ດິນ ຂອງປະຊາຊົນທີ່ອາໃສ ແລະ ທຳການຜະລິດຢູ່ໃນເຂດທີ່ດິນປ່າໄມ້ໃນການຈັດຕັ້ງປະຕິບັດໂຄງການທົດລອງຢູ່ໃນເຂດ 3 ປະເພດປ່າ, ແນ່ໃສ່ເພື່ອສ້າງ ແລະ ປັບປຸງນິຕິກຳລຸ່ມກົດໝາຍ ແລະ ຄູ່ມືແນະນຳ,ເພຶ່ອເປັນບ່ອນອີງໃຫ້ແກ່ການການອອກໃບຢັ້ງຢືນການນຳໃຊ້ທີ່ດິນ ແລະ ຂື້ນທະບຽນອອກໃບຕາດິນໃນຕໍ່ໜ້າ ໃຫ້ຖືກຕ້ອງ ແລະ ສອດຄ່ອງຕາມກົດໝາຍ.

          ຊຸດ​ຝຶກ​ອົບຮົມຄັ້ງນີ້ ທ່ານ ສອນທະສິນ ສີສຸພັນ ຄູເຝີກຈາກກົມທີ່ດິນໄດ້ຜ່ານບົດລາຍງານຜົນການຝຶກ ອົບຮົມພາຍຫຼັງດຳເນີນເປັນເວລາ 2 ອາທິດເຕັມ ການ​ຝຶກ​ອົບຮົມ​ເທື່ອນີ້ນັກສຳມະ​ນາກ​ອນໄດ້ຮຽນຮູ້ເຕັກນິກ ການນຳໃຊ້ເຄື່ອງມືເຂົ້າໃນການສຳຫຼວດ-ວັດແທກການນໍາໃຊ້ໂດຣນ UAV Phantom 4 RTK, ຝຶກການວາງແຜນການບິນ, ການບີນຖ່າຍພາບທາງອາກາດດ້ວຍ Drone, ການສ້າງ GCP, ການປະມວນຜົນພາບຖ່າຍ ຫຼື ການຕໍ່ພາບຖ່າຍເພື່ອສ້າງເປັນແຜນທີ່ພາບຖ່າຍທາງອາກາດດ້ວຍໂປຼແກມPix4D,2)ພື້ນຖານການສຳຫຼວດ -ວັດແທກ ແລະ ສ້າງແຜນ ທີ່ຕາດິນ, ນຳສະເໜີພາກທິດສະດີການນຳໃຊ້ກ້ອງ RTK ແລະ ຄວາມຮູ້ພື້ນຖານກ່ຽວກັບສະຖານີ CORS, ນໍາສະເໜີພາກທິດສະດີການນໍາໃຊ້ໂປຼແກຼມ Landstar7, ພື້ນຖານການນຳໃຊ້ໂປຼແກຼມQGIS,ການນໍາສົ່ງຂໍ້ມູນຈາກການສໍາຫຼວດ - ວັດ ແທກພາກສະໜາມມາເຂົ້້າໃນໂປຼແກຼມ QGIS ເພື່ອທຳການຕົບແຕ່ງແຕ້ມຕອນດິນ,ກວດກາຄຸນນະພາບຕອນດິນ ເພື່ອຈະນຳສົ່ງຂໍ້ມູນເຂົ້າໄປໃນຖານຂໍ້ມູນ LaoLandReg ຈົນຮອດການປະກອບແບບພີມ ກ2 ຜ່ານ​ການຝຶກອົບຮົມຊຸດນີ້ສາມາດຕີລາຄາຄວາມ​ຮັບ​ຮູ້​ເຂົ້າ​ໃຈ​ຂອງ​ນັກສຳ​ມະ​ນາກ​ອນແຕ່​ລະ​ດ້ານ​ສະ​ເລ່ຍລວມ 65 % ເນື້ອງໃນໂອກາດການຈັດຊຸດຝືກອົບຮົມຄັ້ງນີ້ທາງເບື້ອງໂຄງການ GIZ ກໍ່ຍັງໄດ້ມອບເຄື່ອງອຸປະກອນຮັບໃຊ້ຈຳນວນຫນື່ງໃຫ້ ສາມເມືອງເປົ້າຫມາຍ ແລະ ພະແນກ ຊສ ແຂວງ ເປັນຕົ້ນແມ່ນ ຄອມພິວເຕີຕັ້ງໂຕະໃຫ້ເມືອງລະຊຸດ ແລະ ຈັກປຼີນເຕີ 1 ຫນ່ວຍໃຫ້ທາງຂະແຫນງທີ່ດິນເພື່ອນຳໃຊ້ເຂົ້າໃນວຽກງານດັ່ງກ່າວ  ໂດຍແມ່ນທ່ານ ວິລະເດດ ສີສຸລາດ ຕາງຫນ້າທາງໂຄງການ GIZ ຂື້ນເປັນຜູ້ມອບພ້ອມດ້ວຍວິຊາການສາມເມືອງເປົ້າຫມາຍ,ມີຄະນະພັກພະແນກ,ຄູຝືກ ແລະ ນັກສຳມະນາກອນເຂົ້າຮ່ວມເປັນສັກຂີພິຍານນຳ.

ຕອນທ້າຍ ປະທານ ໄດ້ມີຄຳເຫັນໂອ້ລົມຕໍ່ທີ່ປະຊຸມ ກ່ອນອື່ນທ່ານ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍນຳຂະແຫນງທີ່ດິນ ແລະ ພັກ-ລັດ ທີ່ໃຫ້ການສະໜັບສະໜູນວຽກງານການຮັບຮູ້ສິດນໍາໃຊ້ທີ່ດິນຕາມປະເພນີ ແລະ ທີ່ດິນປ່າໄມ້ ຢູ່ໃນເຂດ 03 ປະເພດປ່າ ຢູ່ແຂວງຫົວພັນ ເປັນຕົ້ນດ້ານອຸປະກອນເຄື່ອງມືຮັບໃຊ້ຕ່າງໆ ພ້ອມທັງການສິດສອນ ດ້ານເຕັກນິກແຕ່ລະໜ້າວຽກໃຫ້ນັກສຳມະນາກອນໄດ້ຮໍ່າຮຽນເອົາບົດຮຽນອັນໃໝ່ເພື່ອນໍາໄປຈັດຕັ້ງປະຕິບັດວຽກງານຕົວຈິງທັງ​ນີ້ກໍ່​ເພື່ອ​ເປັນ​ການ​ຍົກ​ລະດັບ​ຄວາມ​ຮູ້​ຄວາມ​ສາມາດ​ໃຫ້​ແກ່​ພະນັກງານ​-ວິຊາການ​ກ່ຽວກັບ​ການສຳຫຼວດ-ວັດແທກ ແລະ ສ້າງແຜນທີ່ຕາດິນດ້ວຍການນໍາໃຊ້ໂດຣນ UAV Phantom 4 RTK ຢູ່​ແຂວງ​ຫົວພັນ​ໃຫ້​ນັບ​ມື້ດີ​ຂື້ນ.