Print

ໃນຕອນເຊົ້າ ຂອງ ວັນທີ່ 7 ກັນຍາ 2021 ນີ້ ຢູ່ທີ່ຫ້ອງປະຊຸມ ພະແນກຊັບພະຍາກອນ ທຳມະຊາດ ແລະ ສິ່ງແວດລ້ອມ,ໄດ້ເຂົ້າຮ່ວມກອງປະຊຸມເປີດກວ້າງສະໄຫມສາມັນລະຫວ່າງ ກະຊວງ ຊ ສ ຮ່ວມກັບບັນດາພະແນກ ຊ ສ ແຂວງ/ນະຄອນຫຼວງໃນທົ່ວປະເທດໂດຍຜ່ານວີດີໂອທາງໄກ (ສະຫຼຸບການຈັດຕັ້ງປະຕິບັດວຽກງານໃນໄລຍະ 8 ເດືອນ ແລະ ວາງທິດທາງແຜນການ 4 ເດືອນທ້າຍປີ2021) ເພື່ອຕີລາຄາ ຈຸດດີ ຈຸດອ່ອນ ພ້ອມທັງຫາວິທີແກ້ໄຂໃນຕໍ່ໜ້າ ພາຍໃຕ້ການເປັນປະທານ ໂດຍ ທ່ານ ນາງ ບຸນຄຳ ວໍລະຈິດ ລັດຖະມົນຕີ ກະຊວງ ຊ ສ , ທ່ານ ສໍສະຫວັນ ບານຄໍາມີ ຫົວໜ້າພະແນກຊັບພະຍາ ກອນທຳມະຊາດ ແລະ ສິ່ງແວດລ້ອມ ແຂວງຫົວພັນ ພ້ອມດ້ວຍ ຄະນະນຳພະແນກ,ມີຫົວໜ້າ,ຮອງຫົວໜ້າຂະແໜງການທີ່ຂື້ນກັບພະແນກ ຊ ສ ແຂວງຫົວພັນ ແລະ ມີຫົວໜ້າຮອງຫົວໜ້າພະແນກ ຊ ສ ທົ່ວປະເທດ  ແລະ ບັນດາທ່ານຫົວໜ້າ,ຮອງຫົວໜ້າຂະແໜງການທີ່ກ່ຽວຂ້ອງເຂົ້າຮ່ວມຢ່າງພ້ອມພຽງ.