Print

ນຕອນບ່າຍ  ຂອງວັນທີ່ 8 ກັນຍາ 2021 ນີ້ຢູ່ທີ່ຫ້ອງປະຊຸມ ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງຫົວພັນ ກະຊວງ ຊສ ສົມທົບກັບພະແນກ ຊສ ແຂວງຈັດກອງປະຊຸມປືກສາຫາລືຂັ້ນວິຊາການ,ຂັ້ນແຂວງ ແລະ ຂັ້ນສູນກາງ ກ່ຽວກັບການຮັບຮອງບົດປະເມີນຜົນກະທົບສິ່ງແວດລ້ອມ ຂອງບໍລິສັດລາວ ໄອເອັດຈ໋ຊີ ຂຸດຄົ້ນ ແລະ ປຸງແຕ່ງຫີນອ່ອນມາໂບ້ ຈຳກັດຜູ້ດຽວ ໂດຍຜ່ານ Video conference ທາງໄກ ເພື່ອແລກປ່ຽນຄວາມຄິດເຫັນ,ສະເຫນີ-ປັບປຸງ ແລະ ຫາວິທີແກ້ໄຂຜົນກະທົບດ້ານສິ່ງແວດລ້ອມ-ສັງຄົມໃນຕໍ່ໜ້າ;

ພາຍໃຕ້ການເປັນປະທານຮ່ວມ ຂອງທ່ານ ພູວົງ ຫຼວງໄຊຊະນະ ຮອງລັດຖະມົນຕີ ກະຊວງ ຊ ສ , ທ່ານ ພອນສຸກ ອິນທະວົງ ຮອງເຈົ້າແຂວງ ແຂວງຫົວພັນ ຜູ້ຊີ້ນໍາວຽກງານເສດຖະກິດ,ມີຫົວໜ້າກົມ,ຮອງກົມຕ່າງໆ ຂອງກະຊວງ ຊ ສ ,ຜູ້ຕ່າງຫນ້າຈາກບໍລິສັດລາວ ໄອເອັດຈ໋ຊີ ມາໂບ້ ແລະ ບໍລິສັດ ວິສະວະກອນກໍ່ສ້າງ ແລະ ວິສະວະກໍາ ຈຳກັດ,ທ່ານ ຮອງເຈົ້າເມືອງໆ ຊຳໃຕ້,ພ້ອມດ້ວຍຄະນະນຳພະແນກ ຊສ ແຂວງ ພາກສ່ວນທີ່ກ່ຽວຂ້ອງຈາກພະແນກການຂັ້ນແຂວງ,ຫ້ອງການ ຊສ ເມືອງຊຳໃຕ້ ແລະ ອຳນາດການປົກຄອງບ້ານເປົ້າຫມາຍຕະຫຼອດຮອດພະນັກງານ-ລັດຖະກອນເຂົ້າຮ່ວມຢ່າງພ້ອມພຽງ.