Print

ໃນຕອນເຊົ້າ  ຂອງວັນທີ່ 9 ກັນຍາ 2021 ນີ້ຢູ່ທີ່ຫ້ອງປະຊຸມ ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງຫົວພັນ ກະຊວງ ຊສ ສົມທົບກັບພະແນກ ຊສ ແຂວງຈັດກອງປະຊຸມປືກສາຫາລືກ່ຽວກັບບົດປະເມີນຜົນກະທົບສິ່ງແວດລ້ອມ ຂອງບໍລິສັດຂຸດຄົ້ນ ແລະປຸງແຕ່ງແຮ່ທາດຮ້ວາງຟຸກລ້າງເຊີນ ຈຳກັດ ສ້າງ ຫຼື ປັບປຸງບົດFS ແລະ ບົດEIA ໂດຍຜ່ານVideo conference ທາງໄກ ເພື່ອແລກປ່ຽນຄວາມຄິດ-ຄວາມເຫັນ ແລະ ວິທີແກ້ໄຂຜົນກະທົບດ້ານສິ່ງແວດລ້ອມ-ສັງຄົມໃນຕໍ່ໜ້າ ພາຍໃຕ້ການເປັນປະທານຮ່ວມ ຂອງທ່ານ ພູວົງ ຫຼວງໄຊຊະນະ ຮອງລັດຖະມົນຕີ ກະຊວງ ຊ ສ , ທ່ານ ແກ້ວປະສິດ ນືກມະນີວົງ ຮອງພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງຫົວພັນ,ມີຫົວໜ້າກົມ,ຮອງກົມຕ່າງໆ ຂອງກະຊວງ ຊສ ,ຜູ້ຕ່າງຫນ້າຈາກບໍລິສັດຂຸດຄົ້ນ ແລະປຸງແຕ່ງແຮ່ທາດຮ້ວາງຟຸກລ້າງເຊີນ ແລະ ບໍລິສັດ ທີ່ປືກສາດ້ານສິ່ງແວດລ້ອມ,ມີບັນດາທ່ານເຈົ້າເມືອງ ແລະ ຮອງເຈົ້າເມືອງຊຳເຫນືອ ແລະ ເມືອງວຽງໄຊ ,ພາກສ່ວນທີ່ກ່ຽວຂ້ອງພະແນກການຂັ້ນແຂວງ,ຫ້ອງການ ຊສ ເມືອງຊຳເໜືອ-ເມືອງວຽງໄຊ ຕະຫຼອດຮອດເລຂາຄະນະພັກບ້ານ ບ້ານເປົ້າຫມາຍ ພ້ອມດ້ວຍພະນັກງານ-ລັດຖະກອນຂັ້ນແຂວງ ແລະ ຂັ້ນເມືອງເຂົ້າຮ່ວມນຳ.