ໃນຕອນບ່າຍ ຂອງ​ວັນ​ທີ 10 ກັນຍາ 2021 ຜ່ານມານີ້ ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງ ແວດລ້ອມແຂວງຫົວພັນ ​ໄດ້​ຈັດ​ກອງ​ປະຊຸມປຶກສາ​ຫາລື​​​ຜ່ານຮ່າງຂໍ້ຕົກລົງວ່າດ້ວຍ​ການ​ປະເມີນລາຄາທີ່ ດິນ  10 ເມືອງທົ່ວແຂວງຫົວພັນ ຂຶ້ນຢູ່​ທີ່​ຫ້ອງ​ປະຊຸມຊັ້ນສາມຂອງ​ພະແນກ ຂອງຕົນ ​ພາຍ​ໃຕ້​ການ​ເປັນ​ປະທານ ​ຂອງທ່ານ ​ສໍສະຫວັນ ບານຄໍາມີ ຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດ ລ້ອມແຂວງ ​ບັນດາທ່ານ​ຫົວໜ້າ,ຮອງ​ຫົວໜ້າພະແນກ ຜູ້ຕາງໜ້າ​ພະແນກການຂັ້ນແຂວງ,ອ້ອມຂ້າງເມືອງຊຳເຫນຶອ​ ແລະ ມີບັນດາຫົວໜ້າ, ຮອງຫົວໜ້າຂະແໜງການພາຍໃນພະແນກຕະຫຼອດຮອດພະ ນັກງານ-ລັດຖະກອນຂະແຫນງທີ່ດິນ ເຂົ້າຮ່ວມນຳ.

ກອງປະຊຸມໄດ້ຮັບຟັງການຜ່ານຮ່າງຂໍ້ຕົກລົງວ່າດ້ວຍການປະເມີນທີ່ດິນ 10 ເມືອງທົ່ວແຂວງຫົວພັນ ຈາກ ຂະແຫນງທີ່ດິນ ຂື້ນມານໍາສະເໜີມີ 6 ໝວດ, ມີ 23 ມາດຕາ ຕໍ່ກອງປະຊຸມ, ເພື່ອຄົ້ນຄວ້າປຶກສາຫາລືພ້ອມກັນປະກອບຄຳຄິດເຫັນໃສ່ຮ່າງຂໍ້ຕົກລົງໃນການປະເມີນລາຄາທີ່ດິນເປັນແຕ່ລະໜວດແຕ່ລະມາດຕາ  ຢ່າງກົງໄປກົງມາເພື່ອຄວາມເປັນເອກະພາບກັນໃນຕໍ່ຫນ້າ ໂດຍ​ພື້ນຖານ​ແມ່ນ​ເຫັນ​ດີເປັນ​ເອກະ​ພາບ​ຕາມຂໍ້ຕົກລົງການປະເມີນລາຄາທີ່ດິນໃຫ້​ຖືກຕ້ອງ​ຕາມ​ຂັ້ນ​ຕອນ ​ແລະ ລະບຽບກົດໝາຍ,ພ້ອມດຽວກັນນັ້ນປະທານກອງປະຊຸມຍັງໄດ້ເນັ້ນຫນັກ ແລະ ເອົາໃຈໃສ່ບາງເນື້ອໃນຂັ້ນຕອນ, ຂອງວຽກງານດັ່ງກ່າວຈະໄດ້ສືບຕໍ່ຮ່ວມກັນ ເພື່ອສ້າງຄວາມເຂັ້ມແຂງທາງດ້ານວິຊາການໃນຂົງເຂດວຽກງານທີ່ດິນໃຫ້ແທດເຫມາະກັບສະພາບຕົວຈິງ ມອບໃຫ້ຂະແໜງທີ່ດິນປັບປຸງເນື້ອໃນເອກະສານວາງຄຳສັບ ແລະ ວາງມາດຕາໃຫ້ສຳເລັດກ່ອນວັນທີ 23 ກັນຍາ 2021 ເພື່ອເອົາເຂົ້າຜ່ານກອງປະຊຸມປົກຄອງຂັ້ນແຂວງ.