Print

ວັນທີ່ 22 ກັນຍາ 2021 ນີ້ີ້ ຮາກຖານພັກ ພະແນກ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ ຫົວພັນສຳເລັດການເຊື່ອມຊືມເອກະສານບົດແນະນໍາວ່າດ້ວຍການຈັດຕັ້ງປະຕິບັດກົດລະບຽບພັກສະໄໝທີ XI ກ່ຽວກັບການຕິດຕາມ-ກວດກາ ຂອງພັກ, ຄະນະພັກ ແລະ ຄະນະວິໄນຂອງພັກແຕ່ລະຂັ້ນ ສະບັບເລກທີ 194/ຄກສພ, ລົງວັນທີ 8 ກໍລະກົດ 2021 ,ແຈ້ງການແນະນໍາຂອງຄະນະກວດກາພັກແຂວງຫົວພັນສະບັບເລກທີ 02/ຄກພຂ.ຫພ, ລົງວັນທີ 8 / 9 / 2021 ,ຄໍາແນະນໍາກ່ຽວກັບການຈັດຕັ້ງປະຕິບັດກົດລະບຽບພັກປະຊາຊົນປະຕິບັດລາວສະໄໝທີ XI ສະບັບເລກທີ 102/ຄຈສພ, ລົງວັນທີ 24 / 6 / 2021 ຢູ່ທີ່ຫ້ອງປະຊຸມພະແນກຂອງຕົນ ພາຍໃຕ້ການເປັນປະທານ ສະຫາຍ ສໍສະຫວັນ ບານຄຳມີ ເລຂາຄະພັກຮາກຖານ ຫົວໜ້າພະແນກ ຊສ ແຂວງ

ໃຫ້ກຽດເຜີຍແຜ່ໂດຍສະຫາຍ ພອນສິນ ພົມປານດາ ແລະ ສະຫາຍ ນາງ ພວງແສງ ໄຊຍະສິດ  ຮອງຫົວຫນ້າພະແນກຊັບ ພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງຫົວພັນ ມີຄະນະພັກຮາກຖານ,ເລຂາຫນ່ວຍພັກ ສະມາຊິກພັກພາຍໃນຮາກຖານພັກພະແນກເຂົ້າຮ່ວມນຳ; ກົດລະບຽບພັກ ປະຊາຊົນ ປະຕິວັດລາວ ສະໄຫມທີ່XI ທີ່ນຳມາເຜີຍແຜ່ໃນຄັ້ງນີ້ປະກອບມີ 15 ຫມວດ 64 ມາດຕາ ໃນນີ້ໄດ້ກຳນົດບັນດາເນີື້ອໃນພື້ນຖານກ່ຽວກັບພັກ ປະຊາຊົນ ປະຕິວັດລາວ ເຊັນ: ບັນດາມາດຕະຖານ ແລະ ເງື່ອນໄຂກ່ຽວກັບສະມາຊິກພັກ,ລະບຽບຫຼັກການຕ່າງໆທີ່ເປັນພື້ນຖານ ຂອງພັກເພື່ອເຊື່ອມຊືມໃຫ້ພະນັກງານສະມາຊິກພັກໄດ້ຮັບຮູ້ກຳແຫນ້ນລະບຽບຫຼັກການ ລະບົບແບບແຜນນຳພາ ຂອງພັກໃນແຕ່ລະໄລຍະພ້ອມກັນເປັນເຈົ້າການປະຕິວັດໃຫ້ເຂັ້ມງວດ ເພື່ອຮັບປະກັນເປັນພື້ນຖານອັນໝັກແໜ້ນທາງດ້ານແນວຄິດ ແລະ ວິທະ ຍາສາດ ຂອງພັກໃນການປະຕິວັດໃນໄລຍະໄໝ່ຮຽນຮູ້ບົດຮຽນ ຂອງພັກ ແລະ ຜັນຂະຫຍາຍແນວທາງກໍ່ສ້າງສັງຄົມນິຍົມ ທັງເປັນເຈົ້າການຄົ້ນຄ້ວາສັງລວມກຳແໜ້ນບັນຫາການເມືອງ ເສດຖະກິດ ວັດທະນາທຳ-ສັງຄົມທີ່ພັກຕ້ອງສຸມໃສ່ແກ້ໄຂໃນແຕ່ລະໄລຍະເປັນບ່ອນອິງອັນໝັກແໜັນໃນການບູລະນະແນວທາງແຜນນະໂຍບາຍ ແລະ ປັບປຸງຍົກລະດັບຄຸນນະພາບ ຂອງການຈັດຕັ້ງພາລະບົດ ບາດນຳພາ ຂອງພັກໃຫ້ສູງຂື້ນຕື່ນຕົວຮັບຜິດຊອບ ແລະ ຈັດຕັ້ງນຳພາປະຕິວັດຕົວຈິງກາຍເປັນຂະບວນການຢ່າງຕໍ່ເນື້ອງ ແລະ ແຂງແຮງເພື່ອສ້າງພັກໃຫ້ປອດໃສເຂັ້ມແຂງໝັກແໜັນ.