ໃນຕອນເຊົ້າວັນທີ 7 ຕຸລາ 2021 ນີ້ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແຂວງຫົວພັນ ໄດ້ມອບເຄື່ອງຊ່ວຍເຫຼືອໃຫ້ຫ້ອງການສາທາລະນະສຸກເມືອງຊໍາເໜືອ ເພື່ອສະກັດກັ້ນ, ຕ້ານ ການແຜ່ລະບາດຂອງພະຍາດ ໂຄວິດ-19

ກ່າວມອບໂດຍ: ທ່ານ ສໍສະຫວັນ ບານຄໍາມີ ເລຂາຄະນະພັກຮາກຖານ ຫົວໜ້າພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງ,​ ກ່າວຮັບໂດຍທ່ານ ນາງ ຈາຍພອນ ອິນທະໄຊ ກໍາມະການພັກເມືອງ ຫົວໜ້າຫ້ອງການສາທາລະນະສູກເມືອງ; ມີບັນດາທ່ານຄະນະພະແນກ, ບັນດາທ່ານຄະນະຫ້ອງການ  ແລະ ພະນັກງານວິຊາການທັງສອງພາກສ່ວນເຂົ້າຮ່ວມເປັນສັກຂີພະຍານ.​ເຄື່ອງຊ່ວຍເຫຼືອດັ່ງກ່າວປະກອບມີ: ນໍ້າດື່ມ, ເຈວລ້າງມື ແລະ ຜ້າປິດປາກ ລວມມູນຄ່າ 580,000 ກີບ. ເປັນສ່ວນໜຶ່ງໃນການປະກອບສ່ວນ ແລະ ໃຫ້ກໍາລັງໃຈແກ່ເຈົ້າໜ້າທີ່ ທີ່ພວມປະຕິບັດງານຕ້ານການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ແຂວງຫົວພັນ.