ໃນຊ່ວງວັນທີ 19-22/10/2021 ຜ່ານມານີ້​ ທີມງານພະແນກຊັບພະຍາກອນທຳມະຊາດແລະສິ່ງແວດລ້ອມ ແຂວງຫົວພັນ​ ​ໄດ້ລົງຊຸກຍູ້ການຈັດຕັ້ງປະຕິບັດວຽກງານ 9​ ເດືອນ​ ແລະ ວາງທິດທາງແຜນການ​ 3 ເດືອນທ້າຍປີ 2021​ ຂອງຫ້ອງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຂອງຊຳເຫນືອ,ເມືອງແອດ, ເມືອງຊຽງຄໍ້ ແລະ​ ເມືອງສົບເບົາ.

 

ນໍາທີມ ໂດຍແມ່ນທ່ານ​ ສໍສະຫວັນ​ ບານ​ຄຳ​ມີ​ ເລຂາ​ຄະນະພັກຮາກຖານ​ ຫົວໜ້າພະແນກ​ ຊ ສ​ ແຂວງ​ ພ້ອມດ້ວຍບັນດາຫົວໜ້າຂະແໜງ 8 ​ຂະແໜງພາຍໃນພະແນກ; ແຕ່ລະເມືອງມີການນໍາເມືອງ,​ ຕາງໜ້າບັນດາຫ້ອງການທີ່ກ່ຽວຂ້ອງຂັ້ນເມືອງ,​ ຫົວໜ້າ​-ຮອງຫົວໜ້າຫ້ອງການ ຊ ສ​ ເມືອງ​ ພ້ອມດ້ວຍພະນັກງານວິຊາການ ເຂົ້າຮ່ວມຢ່າງພ້ອມພຽງ.