ຕອນເຊົ້າວັນທີ 20 ຕຸລາ 2021 ນີ້ ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງຫົວພັນ,ໄດ້ເປີດຊຸດຝຶກອົບຮົມ ການນໍາໃຊ້ (program: QGIS 3.16) ເບື້ອງຕົ້ນໃຫ້ແກ່ເມືອງນອກເປົ້າຫມາຍ ຂອງແຜນງານທີ່ດິນ ຂື້ນທີ່ຫ້ອງປະຊຸມ ຖໍ້າງູເຫຼື້ອມ ເມືອງວຽງໄຊ ແຂວງຫົວພັນ.

ພາຍໃຕ້ການເປັນປະທານ ຂອງທ່ານ: ແກ້ວປະສິດ ນຶກມະນີວົງ ຮອງຫົວຫນ້າ ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງຫົວພັນ,ມີທ່ານ ວິຫານ ສີບຸນເຮືອງ ຜູ້ບໍລິຫານງານທີ່ປືກສາຕາງຫນ້າແຜນງານປະຈຳແຂວງຫົວພັນ,ຄູ ຝືກGIZຈາກມະຫາວິທະຍາໄລເຕັກນິກຊັບພະວິຊາພ້ອມດ້ວຍທີມງານ,ມີບັນດານັກສຳມະນາກອນຈາກຂະແຫນງການກ່ຽວຂ້ອງຂັ້ນແຂວງ,ຂັ້ນເມືອງຈາກຫ້ອງການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແລະ ຫ້ອງການ ກະສິກຳ ແລະ ປ່າໄມ້ເມືອງ 6 ເມືອງຄື: ເມືອງຮ້ຽມ,ເມືອງວຽງໄຊ, ເມືອງຊໍາຕ້,ເມືອງກັວນ,ເມືອງສົບເບົາ ແລະ ເມືອງຊຽງຄໍ້ ເຂົ້າຮ່ວມຝືກອົບຮົມຄັ້ງນີ້ມີທັງຫມົດ 30 ກວ່າທ່ານ ຍິງ 2 ທ່ານ ວາລະດໍາເນີນຊຸດຝຶກອົບຮົມເປັນເວລາ 3 ວັນເຕັມຈິ່ງສໍາເລັດ.