ຕອນບ່າຍວັນທີ່ 27 ຕຸລາ 2021 ນີ້ ຫນ່ວຍພັກທີ່ດິນ ທີ່ຂື້ນກັບ ຮາກຖານພັກ ພະແນກ ຊ ສ ແຂວງຫົວພັນ ໄດ້ຈັດພິທີ ຮັບເອົາມະຫາຊົນ ກ້າວຫນ້າເຂົ້າເປັນສະມາຊິກພັກສົມບູນ ຈຳນວນ 1 ສະຫາຍ ຄື: ສະຫາຍ ນາງ ກິ່ງສະໄໝ ວິຈິດວົງສາ  ຕາມມະຕິຕົກລົງຂອງຄະນະປະຈຳພັກແຂວງສະບັບເລກທີ270/ຄປຈຂ.ຫພ,ລົງວັນທີ່ 06 ຕຸລາ 2021 ວ່າດ້ວຍ ການຮັບເອົາມະຫາຊົນກ້າວຫນ້າເຂົ້າເປັນສະມາຊິກພັກສົມບູນ ຢູ່ທີ່ຫ້ອງປະຊຸມ ພະແນກ ຂອງຕົນ  ໂດຍການເຂົ້າ ຮ່ວມເປັນປະທານ ຂອງສະຫາຍ ສໍສະຫວັນ ບານຄຳມີ  ເລຂາຄະນະພັກຮາກຖານ ຫົວໜ້າພະແນກ ຊັບພະຍາກອນ ທຳມະຊາດ ແລະ ສິ່ງແວດລ້ອມ ແຂວງຫົວພັນ,ສະຫາຍເລຂາຫນ່ວຍ,ຄະນະຫນ່ວຍພັກ ອົງການຈັດຕັ້ງພາຄີ ພ້ອມດ້ວຍສະມາຊິກພັກສົມບູນ ແລະ ສຳຮອງເຂົ້າຮ່ວມ 15 ສະຫາຍ;ຍິງ 5 ສະຫາຍ.

ກອງປະຊຸມ ສະຫາຍ  ພວງທວນ ຂັດທະວົງ ເລຂາຫນ່ວຍພັກທີ່ດິນ  ຂຶ້ນຜ່ານມະຕິຕົກລົງຂອງຄະນະປະຈຳພັກແຂວງສະບັບເລກທີ270/ຄປຈຂ.ຫພ,ລົງວັນທີ່ 06 ຕຸລາ 2021 ວ່າດ້ວຍການຮັບເອົາມະຫາຊົນກ້າວຫນ້າເຂົ້າເປັນສະມາຊີກພັກສົມບູນຈຳນວນ 1 ສະຫາຍຄື: ສະຫາຍ ນາງ ກິ່ງສະໄໝ ວິຈິດວົງສາ  ຈາກນັ້ນ ສະຫາຍ ສໍສະຫວັນ ບານຄຳມີ ,ເລຂາຄະນະພັກຮາກຖານ ຫົວໜ້າພະແນກ ຊັບພະຍາກອນ ທຳມະຊາດ ແລະ ສິ່ງແວດລ້ອມແຂວງ ຫົວພັນ ໄດ້ມີຄຳເຫັນຮັບ ແລະ ໂອ້ລົມຕັກເຕືອນ ຫຼາຍບັນຫາທີ່ສຳຄັນເຊິ່ງໄດ້ຊີ້ທິດເຍືອງທາງ ໃຫ້ແກ່ສະມາຊິກພັກ ໃຫ້ເອົາໃຈໃສ່ເຝິກຝົນຫຼໍ່ຫຼອມຕົນເອງໃຫ້ກາຍເປັນສະມາຊິກພັກທີ່ດີເດັ່ນ, ສືບຕໍ່ເຮັດວຽກງານວິຊາສະເພາະໃຫ້ມີຜົນສຳເລັດສູງຂື້ນກ່ວາເກົ່າທາງນີ້ກໍ່ເພື່ອປະຕິບັດຕາມກົດລະບຽບ ຂອງພັກຢ່າງເຂັ້ມງວດ ປະກົດຜົນເປັນຈິງ.