Print

ວັນທີ 15 ພະຈິກ ປີ 2021 ຮາກຖານຊາວໜຸ່ມ ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແຂວງຫົວພັນ ໄດ້ຈັດກອງປະຊຸມສະຫຼຸບຜົນຕີລາຄາການຈັດຕັ້ງປະຕິບັດວຽກງານຊາວໜຸ່ມຮອບດ້ານ ພ້ອມທັງປະເມີນເນື້ອໃນຂໍ້ແຂ່ງຂັນ 4 ບຸກ ປະຈຳປີ 2021 ແລະ ວາງທິດທາງແຜນການປີ 2022 ຢູ່ທີ່ຫ້ອງປະຊຸມຊັ້ນ 3 ພະແນກຂອງຕົນ. ໂດຍພາຍໃຕ້ການເປັນປະທານຂອງ ສະຫາຍ ສໍສະຫວັນ ບານຄຳມີ ເລຂາຄະນະພັກຮາກຖານ ຫົວໜ້າພະແນກຊັັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ, ເປັນກຽດເຂົ້າຮ່ວມໂດຍ ສະຫາຍ ລອນຄໍຳ ສຸຂະວົງ ຮອງເລຂາຄະນະບໍລິຫານງານຊາວໜຸ່ມ ແຂວງຫົວພັນ ມີຜູ້ຕ່າງໜ້າຈາກຮາກຖານກໍາມະບານ,ສະຫະພັນແມ່ຍິງຮາກຖານແຂກຖືກເຊີນ,ມີສະຫາຍເລຂາ, ຮອງເລຂາຄະນະຮາກຖານ ຕະຫຼອດຮອດສະມາຊິກຊາວໜຸ່ມພາຍໃນຮາກຖານພະແນກ ເຂົ້າຮ່ວມ 50 ກ່ວາຄົນ.

    

ກອງປະຊຸມ ສະຫາຍ ອານຸ ແສນສຸຄຳ ເລຂາໜ່ວຍຮາກຖານຊາວໜຸ່ມ ພະແນກ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ ໄດ້ຜ່ານຮ່າງບົດສະຫຼຸບການຈັດຕັ້ງປະຕິບັດວຽກງານຮອບດ້ານຊາວໜຸ່ມ ສົກປີ 2021 ແລະ ວາງ ທິດທາງແຜນການ ປີ 2022 ຂອງຮາກຖານຊາວໜຸ່ມ ທົ່ວຮາກຖານ ມີສະມາຊິກຊາວໜຸ່ມທັງໝົດ 42 ສະຫາຍ, ຍິງ 20 ສະຫາຍ, ໃນຮາກຖານມີສະມາຊິກພັກທັງໝົດ 22 ສະຫາຍ, ຍິງ 11 ສະຫາຍ ຂະຫຍາຍມະຫາຊົນຜູ້ກ້າວໜ້າຮຽນສະໜັບສະໜູນ 2 ສະຫາຍ,ຮຽນກົດລະບຽບຂອງພັກ 2 ສະຫາຍ, ຍິງ 1 ສະຫາຍ, ໃນໄລຍະ 1 ປີຜ່ານມາ ຄະນະຮາກຖານຊາວໜຸ່ມ ກໍ່ໄດ້ເອົາໃຈໃສ່ນຳພາ-ຊີ້ນໍາການຈັດຕັ້ງປະຕິບັດເນື້ອໃນຂໍ້ແຂ່ງຂັນ 4 ບຸກ ສຶກສາອົບຮົມວຽກງານການເມືອງແນວຄິດອ້າຍນ້ອງຊາວໜຸ່ມເປັນປົກກະຕິດ້ວຍການເຊື່ອມຊືມ,ມະຕິ,ຄໍາສັ່ງ ເອກະສານສໍາຄັນຕ່າງໆ ເຮັດໃຫ້ເພື່ອນຊາວໜຸ່ມທຸກສະຫາຍ ມີແນວຄິດອຸ່ນອ່ຽນທຸ່ນທ່ຽງ ແລະ ມີຄຸນສົມບັດ ສິນທໍາປະຕິວັດ,ເຊື່ອໝັ້ນຕໍ່ການນໍາພາຂອງພັກ-ລັດ,ປະຕິບັດທຸກມະຕິຄໍາສັ່ງຂອງຂັ້ນເທິງວາງອອກ,ເອົາໃຈໃສ່ວຽກງານວິຊາສະເພາະສາມັກຄີຊ່ວຍເຫຼືອເຊິ່ງກັນ ແລະ ກັນ ເສີມຂະຫຍາຍມູນເຊື້ອອັນດີງາມຂອງບັນດາຊົນຊັ້ນຊົນເຜົ່າໃຫ້ສະຕິລະວັງຕົວຕໍ່ກົນອຸບາຍຂອງກຸ່ມຄົນບໍ່ດີທີ່ຈະມາຫວັງມ້າງເພປະເທດຊາດ. ຈາກນັ້ນ ປະທານກອງປະຊຸມ ໄດ້ມີຄຳເຫັນໂອ້ລົມກ່ອນອື່ນທ່ານ ໄດ້ຍ້ອງຍໍຊົມເຊີຍມາຍັງຮາກຖານທີ່ສາມາດເຄື່ອນໄຫວຕາມໜ້າທີ່ຂອງຊາວໜຸ່ມ ແລະ ທ່ານ ໄດ້ເໜັ້ນໜັກໃຫ້ສືບຕໍ່ ຕາມເນື້ອໃນຂໍ້ແຂ່ງ 4 ບຸກຄື: ບຸກດ້ານແນວຄິດ,ບຸກດ້ານການເຝິກຝົນຫຼໍ່ຫຼອມຮໍ່າຮຽນ,ບຸກດ້ານວຽກງານການຈັດຕັ້ງ, ບຸກດ້ານວິຊາຊີບ ແລະ ການສ້າງວຽກເຮັດງານທຳ, ສືບຕໍ່ເຂົ້າຮ່ວມຂະບວນການຕ່າງໆຂອງແຂວງ ເປັນຕົ້ນກຳລັງແຮງຊາວໜຸ່ມ ເໜັ້ນໃຫ້ສ້າງຄັງ ເຂົ້າຮາກຖານໃຫ້ມີກອງທຶນໃຫ່ຍຂື້ນ ພາຍໃນຮາກຖານຊາວໜຸ່ມມີຜົນງານທີ່ພົ້ນເດັ່ນເຊິ່ງມັນໄດ້ສະແດງອອກໃນການຫາລາຍໄດ້ເສີມໃນແບບທາງທີ່ບໍ່ໄດ້ຜິດກັບກົດໝາຍ ສະເລ່ຍໄດ້ ຫ້າແສນກີບ/ຄົນ/ເດືອນ ແລະ ມີຄອບຄົວຕົວແບບ 4 ສະຫາຍ ສະເລ່ຍໄດ້ 20 ລ້ານກີບ/ປີຂຶ້ນໄປ,ຍັງມີເງິນກອງທຶນຊ່ວຍເຫຼືອເຊິ່ງກັນ ແລະ ກັນ 140 ລ້ານກວ່າກີບ.ໃນນັ້ນຄະນະຮາກຖານຊາວໜຸ່ມຍັງໄດ້ກະຕຸກຊຸກຍູ້ໃຫ້ສະມາຊິກພາຍໃນຮາກຖານສ້າງເສດຖະກິດຄອບຄົວໃຫ້ເປັນຄອບຄົວແບບຢ່າງໃຫ້ໄດ້ເພີ່ມ 3 ສະຫາຍຂຶ້ນໄປ  ຜ່ານການປະເມີນຜົນກວດກາຕີລາຄາແບ່ງເພດໃນຈໍານວນ 42 ສະຫາຍ, ຍິງ 20 ສະຫາຍ ສາມາດຈັດປະເພດແຂງ ແລະ ບຸທະລຸແຕ່ລະດ້ານໄດ້ 95 % ຂຶ້ນໄປ ເຊິ່ງບັນລຸຕາມມາດຖານເງື່ອນໄຂຂອງຄະນະ ຄຊປປລ ວາງອອກ ພ້ອມນີ້ຜູ້ເຂົ້າຮ່ວມຍັງໄດ້ຄົ້ນຄ້ວາເປັນເອກະພາບ ແລະ ປະກອບຄໍາຄິດເຫັນໃສ່ບົດສະຫຼຸບ ພາກທິດທາງແຜນການດັ່ງກ່າວ.ຈາກນີ້ຍັງໄດ້ຮັບຟັງການຊີ້ນໍາແລະໂອ້ລົມຫຼາຍບັນຫາ ທີ່ສໍາຄັນຈາກຄະນະພັກຕື່ມອີກ.