Print

          ຮາກຖານພັກ ພະແນກ ຊສ ແຂວງຫົວພັນ ສຳ​ເລັດ​ປະເມີນການກໍ່ສ້າງຫນ່ວຍພັກ ປອດໃສ,ເຂັ້ມແຂງ,ໜັກແໜ້ນ ຂອງ 3 ຫນ່ວຍພັກ ທີ່ຂື້ນກັບຮາກຖານພັກພະແນກ ປະຈຳປີ 2021 ໃນລະຫວ່າງວັນທີ່ 15-16 ທັນວາ 2021 ຜ່ານມານີ້,ຢູ່ທີ່ຫ້ອງປະຊຸມ ພະແນກການຂອງຕົນ ດ້ວຍບັນຍາກາດທີ່ຟົດຟື້ນ ເຊິ່ງດຳເນີນເປັນເວລາ 2 ວັນຈິ່ງສໍາເລັດ,ພາຍໃຕ້ການເຂົ້າຮ່ວມເປັນປະທານຂອງ ສະຫາຍ ສໍສະຫວັນ ບານຄຳມີ ,ເລຂາຄະນະພັກຮາກຖານ,​ຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງຫົວພັນ,​ ມີຄະນະພັກຮາກຖານ,ເລຂາຫນ່ວຍພັກ ທັງ 3 ຫນ່ວຍຄື: ຫນ່ວຍພັກທີ່ດິນ,ສິ່ງແວດລ້ອມ ແລະ ບໍລິຫານ,ມີຜູ່ຕ່າງຫນ້າອົງການຈັດຕັ້ງພາຄີ,ບັນດາທ່ານແຂກຖືກເຊີນຈາກພາກສ່ວນທີ່ກ່ຽວຂ້ອງຂັ້ນແຂວງ,ຕະຫຼອດຮອດສະມາຊິກພັກບູນສົມ ແລະ ສຳຮອງພາຍໃນພະແນກເຂົ້າຮ່ວມ 30 ກວ່າສະຫາຍ.

 

     ຈຸດປະສົງກໍ່ເພື່ອປະເມີນຜົນການກໍ່ສ້າງຫນ່ວຍພັກ ປອດໃສ,ເຂັ້ມແຂງ,ໜັກແໜ້ນ ຕີລາຄາໃຫ້ເຫັນດ້ານດີຜົນງານການຊີ້ນຳ-ນຳພາຂອງພັກໃນໄລຍະ 1 ປີຜ່ານມາ  ແລະ ວາງທິດທາງແຜນການຕໍ່ໜ້າ , ໂດຍອິງໃສ່ການແບ່ງຄວາມຮັບຜິດຊອບອອກເປັນ 3 ຫນ່ວຍ ພ້ອມກັນຜ່ານໃບສຳຫຼວດກວດກາຕົນເອງ, ຕຳນິກໍ່ສ້າງເຊິ່ງກັນ ແລະ ກັນ  ພ້ອມນີ້ສະມາຊິກພັກໄດ້ລົງຄະແນນປິດລັບໃຫ້ໜ່ວຍພັກ ແລະ ບຸກຄົນ.ເຮັດໃຫ້ວຽກງານດັ່ງກ່າວດຳເນີນຢ່າງເປັນລະບົບຖືກຕ້ອງສ່ອດຄ່ອງກັບແນວທາງນະໂຍບາຍຂອງພັກ ຮັບປະກັນຄວາມເປັນເອກະພາບໂປ່ງໃສຖືກຕ້ອງກັບສະພາບຄວາມເປັນຈິງ ແນ່ໃສ່ວຽກງານປະເມີນຜົນການກໍ່ສ້າງຫນ່ວຍພັກປອດໃສ,ເຂັ້ມແຂງ,ໜັກແໜ້ນໃນການປະຕິບັດຫນ້າທີ່ວຽກງານຢ່າງເປັນລະບົບຕໍ່ເນື່ອງ.

    ພ້ອມກັນນີ້ກອງປະຊຸມຍັງໄດ້ຮັບຟັງການຜ່ານບົດສະຫຼຸບ ແລະ ທິດທາງແຜນການຂອງແຕ່ລະຫນ່ວຍຕີລາຄາຄຸນນະພາບ ແລະ ແບ່ງປະເພດໃຫ້ສະມາຊິກພັກ,ຫນ່ວຍພັກລົງຄະແນນແບບປິດລັບໃນການປະເມີນຜົນສຳລັບພະນັກງານສະມາຊິກພັກທີ່ເປັນຫຼັກແຫຼ່ງນຳພາຄຸ້ມຄອງ ແລະ ພະນັກງານສະມາຊິກພັກທົ່ວໄປໂດຍອິງໃສ່ການແບ່ງຄວາມຮັບຜິດຊອບອອກເປັນ 3 ຫນ່ວຍຄື: ຫນ່ວຍພັກບໍລິຫານ,ຫນ່ວຍພັກທີ່ດິນ ແລະ ຫນ່ວຍພັກສີ່ງແວດລ້ອມ,ມີພະນັກງານສະມາຊິກພັກທີ່ຫນ້າປະເມີນຕົວຈິງ 48 ສະຫາຍ,ຍິງ 20 ສະຫາຍ,ຈາກນັ້ນຜູ້ແທນກອງປະຊຸມໄດ້ພ້ອມກັນຄົ້ນຄ້ວາຕີລາຄາຈຸດດີຈຸດອ່ອນຂໍ້ຄົງຄ້າງເພື່ອປະກອບໃສ່ບົດສະຫຼຸບ ແລະ ແຜນການທີ່ວາງໄວ້ ໃຫ້ມີເນື້ອໃນຄົບຖ້ວນສົມບູນຂື້ນກວ່າເກົ່າ ສັງລວມແລ້ວໄດ້ເປັນເອກະພາບຮັບຮອງເອົາບົດສະຫຼຸບການຊີ້ນຳ-ນຳພາການເມືອງທັງສອງພາກ ປະຈຳປີ2021 ແລະ ແຜນການກໍ່ສ້າງຫນ່ວຍພັກປອດໃສ,ເຂັ້ມແຂງ,ໜັກແໜ້ນ ປີ 2022 ທັງ ສາມ ຫນ່ວຍ; ຮັບຮອງເອົາຜົນການປະເມີນຂອງສະມາຊິກພັກ ຫນ່ວຍທີ່ດິນ ເປັນສະມາຊິກພັກປອດໃສ,ເຂັ້ມແຂງ,ໜັກແໜ້ນ 100% ເປັນຄັ້ງ III ບັນລຸໄດ້ຕາມມາດຖານ 5 ເນື້ອໃນທີ່ວາງໄວ້; ຮັບຮອງເອົາຜົນການປະເມີນຂອງສະມາຊິກພັກ ບໍລິຫານ ເປັນສະມາຊິກພັກປອດໃສ,ເຂັ້ມແຂງ,ໜັກແໜ້ນ 100% ເປັນຄັ້ງ II ບັນລຸຕາມມາດຖານ; ຮັບຮອງເອົາຜົນການປະເມີນຂອງສະມາຊິກພັກ ສິ່ງແວດລ້ອມ ເປັນສະມາຊິກພັກປອດໃສ,ເຂັ້ມແຂງ,ໜັກແໜ້ນ 100% ເປັນຄັ້ງ I ບັນລຸຕາມມາດຖານ ຂອງສະມາຊິກພັກສົມບູນທັງ 3 ຫນ່ວຍພັກ ໄດ້ປະເພດແຂງຮອບດ້ານ.

               ກອງປະຊຸມ ທ່ານ ສໍສະຫວັນ ບານຄຳມີ ໄດ້ມີຄໍາເຫັນໂອ້ລົມ ຕໍ່ພະນັກງານງານສະມາຊິກພັກເຊຶ່ງກ່ອນອື່ນໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນສຳເລັດກອງປະຊຸມໃນຄັ້ງນີ້ ທີ່ໄດ້ດຳເນີນດ້ວຍຄວາມຮັບຜິດຊອບສູງ ແລະ ຍັງໄດ້ຮຽກຮ້ອງໃຫ້ພະນັກງານສະມາຊິກພັກ ພາຍໃນພະແນກ ສ້າງຄວາມສາມັກຄີໃຫ້ແໜ້ນແຟ້ນ,ເສີມຂະຫຍາຍບັນດາຈຸດດີສືບຕໍ່ແກ້ໄຂບັນຫາທີ່ຄົງຄ້າງ,ຖືເອົາການຕຳນິສົ່ງຂ່າວໄປປັບປຸງແກ້ໄຂ ໃຫ້ກາຍເປັນພະນັກງານຜູ້ທີ່ດີ,ນຳເອົາເນື້ອໃນຜົນສຳເລັດຂອງກອງປະຊຸມໃນຄັ້ງນີ້ໄປຜັນຂະຫຍາຍເຂົ້າໃນວຽກງານຕົວຈິງໃຫ້ມີຜົນສຳເລັດຕາມຄາດໝາຍ.