ຕອນເຊົ້າວັນທີ 06 ມັງກອນ 2021 ນີ້ ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດ ລ້ອມແຂວງ ໄດ້ຈັດພິທີມອບ-ຮັບເຄື່ອງອຸປະກອນຮັບໃຊ້ວຽກງານວິຊາສະເພາະ(ເຄື່ອງຄອມພີວເຕີ ແລະ ໂດນ Drone)  ຂຶ້ນຢູ່ທີ່ຫ້ອງປະຊຸມຊັ້ນສາມພະແນກຂອງຕົນ,ເປັນກຽດເຂົ້າຮ່ວມຂອງທ່ານ ແກ້ວປະສິດ ນືກມະນີວົງ ຄະນະຮາກຖານພັກ ຮອງຫົວຫນ້າພະແນກ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ,ທ່ານ ອິດທິພົມ ຈັນທະມາລີນ ຮອງຫົວຫນ້າກົມທີ່ດິນ ກະຊວງຊັບພະຍາກອນທຳ ມະຊາດ ແລະ ສິ່ງແວດລ້ອມ ,ທ່ານ ກອງແກ້ວ ພະຈອມພົນ ຮອງຫົວໜ້າກົມຄຸ້ມຄອງພັດທະນາທີ່ດິນກະຊວງກະສິກຳ ແລະ ປ່າໄມ້ ,ທີມງານງານທັງສອງກະຊວງ,ທີ່ປືກສາ GIZ ແລະ ບັນດາທ່ານຫົວຫນ້າ,ຮອງຫົວຫນ້າຂະແຫນງຈາກສອງພະແນກການ, ພ້ອມດ້ວຍພະນັກງານ - ວິຊາການພາກປະຈຳສະຫນາມເຂົ້າຮ່ວມເປັນສັກຂີພິຍານນໍາດ້ວຍ.