ຕອນເຊົ້າວັນທີ 06 ມັງກອນ 2021 ນີ້ ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດ ລ້ອມແຂວງ ໄດ້ຈັດພິທີມອບ-ຮັບເຄື່ອງອຸປະກອນຮັບໃຊ້ວຽກງານວິຊາສະເພາະ(ເຄື່ອງຄອມພີວເຕີ ແລະ ໂດນ Drone)  ຂຶ້ນຢູ່ທີ່ຫ້ອງປະຊຸມຊັ້ນສາມພະແນກຂອງຕົນ,ເປັນກຽດເຂົ້າຮ່ວມຂອງທ່ານ ແກ້ວປະສິດ ນືກມະນີວົງ ຄະນະຮາກຖານພັກ ຮອງຫົວຫນ້າພະແນກ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ,ທ່ານ ອິດທິພົມ ຈັນທະມາລີນ ຮອງຫົວຫນ້າກົມທີ່ດິນ ກະຊວງຊັບພະຍາກອນທຳ ມະຊາດ ແລະ ສິ່ງແວດລ້ອມ ,ທ່ານ ກອງແກ້ວ ພະຈອມພົນ ຮອງຫົວໜ້າກົມຄຸ້ມຄອງພັດທະນາທີ່ດິນກະຊວງກະສິກຳ ແລະ ປ່າໄມ້ ,ທີມງານງານທັງສອງກະຊວງ,ທີ່ປືກສາ GIZ ແລະ ບັນດາທ່ານຫົວຫນ້າ,ຮອງຫົວຫນ້າຂະແຫນງຈາກສອງພະແນກການ, ພ້ອມດ້ວຍພະນັກງານ - ວິຊາການພາກປະຈຳສະຫນາມເຂົ້າຮ່ວມເປັນສັກຂີພິຍານນໍາດ້ວຍ

ໃນພິທີ ຜູ່ຕ່າງໜ້າຈາກກົມທີ່ດິນ (ກຊສ) ແລະ ກົມຄຸ້ມຄອງພັດທະນາທີ່ດິນ (ກປ) ເປັນຜູ່ກ່າວມອບ ແລະ ທ່ານ ແກ້ວປະສິດ ນືກມະນີວົງ ຮອງຫົວຫນ້າພະແນກ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງຫົວພັນ ເປັນຜູ່ຂື້ນກ່າວຮັບ,ຈາກນັ້ນ ຕາງຫນ້າການນຳຄະນະພັກພະແນກ ຊສ ແຂວງ ກໍ່ໄດ້ກ່າວຄຳຂອບອົກຂອບໃຈມາຍັງການນຳພັກ-ລັດທີ່ເປັນຫ່ວງເປັນໃຍ ແລະ ເອົາໃຈໃສ່ເບີ່ງແຍ່ງເປັນພິເສດ ແລະ ເຊື້ອຫມັ້ນວ່າຈະນຳໃຊ້ເຄື່ອງດັ່ງກ່າວປະກອບເຂົ້າໃນວຽກງານວາງແຜນຄຸ້ມຄອງການນຳໃຊ້ທີ່ດິນກະສິກຳ ແບບມີສ່ວນຮ່ວມຂັ້ນບ້ານໃນຂົງເຂດເມືອງເປົ້າຫມາຍດັ່ງກ່າວໃຫ້ມີຄວາມເຂັ້ມແຂງຂື້ນເລື້ອຍໆ ແລະ ເພື່ອຮັບປະກັນທາງດ້ານເຕັກນິກ ການສ້າງແຜ່ນທີ່ໃຫ້ມີປະສິດທິຜົນ ແລະ ມີປະສິດທິພາບ, ຕອນທ້າຍຂອງພິທີປະທານຮ່ວມກອງປະຊຸມກໍ່ຍັງໄດ້ເນັ້ນໃຫ້ທີມງານ ບັນດາເມືອງຄະນະທີມງານຂັ້ນແຂວງ ນຳໃຊ້ເຄື່ອງດັ່ງກ່າວດ້ວຍຄວາມຮັບຜິດຊອບສູງໃນການປົກປັກຮັກສາບໍ່ໃຫ້ຕົກເຮ່ຍເສຍຫາຍ,ການນຳໃຊ້ຕ້ອງໃຫ້ຖືກຕ້ອງຕາມເຕັກນິກ.