Print

ໃນລະຫວ່າງວັນທີ 17-18 ມັງກອນ, 2022 ຜ່ານມານີ້ ທີມງານ ພະແນກຊັບພະຍາກອນ ທຳມະຊາດ ແລະ ສິ່ງແວດລ້ອມ ແຂວງຫົວພັນ ນໍາພາໂດຍ ທ່ານ ສໍສະຫວັນ ບານຄໍາມີ ເລຂາຄະນະພັກຮາກຖານ, ຫົວໜ້າພະແນກ ຊສ ແຂວງ ໄດ້ລົງເຄື່ອນໄຫວຊຸກຍູ້ວຽກງານຂົງເຂດຊັບພະຍາກອນທໍາມະຊາດ ແລະ ສິ່ງແວດ ລ້ອມ ຢູ່ 2 ເມືອງຄື: ເມືອງຊຽງຄໍ້ ແລະ ເມືອງແອດ.

ຈຸດປະສົງເຂົ້າຮ່ວມກອງປະຊຸມປັບປຸງການຈັດຕັ້ງເພື່ອທາບທາມເອົາພະນັກງານ-ລັດຖະກອນ ຫ້ອງການ ຊສ ເມືອງຊຽງຄໍ້ ຈາກຕໍາແໜ່ງຮັກສາການຫົວໜ້າໜ່ວຍງານວິຊາການ ຂຶ້ນເປັນຫົວໜ້າໜ່ວຍງານບໍລິຫານໂອກາດດຽວກັນນັ້ນກໍ່ໄດ້ລົງຊຸກຍູ້ຫ້ອງການ ຊສ ຢູ່ເມືອງແອດ ໃນການຈັດຕັ້ງປະຕິບັດວຽກງານຮອບດ້ານ ເປັນຕົ້ນແມ່ນເໜັ້ນໜັກໃສ່ວຽກງານການຂື້ນທະບຽນອອກໃບຕາດິນແບບເປັນລະບົບ ໃຫ້ໄດ້ຕາມຄາດຫມາຍແຜນການ ຂອງຂັ້ນເທິງແບ່ງປັນໃຫ້.