Print

ວັນທີ 25 ມັງກອນນີ້ ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງສຳເລັດກອງປະຊຸມ ບົດສະຫຼຸບການຈັດຕັ້ງປະຕິບັດວຽກພົ້ນເດັ່ນປະຈຳປີ 2021 ແລະ ທິດທາງແຜນການປີ 2022 ຂອງພະແນກ ຢູ່ທີ່ຫ້ອງປະຊຸມພະແນກແຜນການ ແລະ ການລົງທືນແຂວງ ໂດຍການເຂົ້າຮ່ວມຂອງທ່ານ ພອນສຸກ ອິນທະວົງ ຮອງເຈົ້າແຂວງ ແຂວງຫົວພັນ ຜູ້ຊີ້ນຳວຽກງານເສດຖະກິດຂັ້ນແຂວງ,ທ່ານ ສໍສະຫວັດ ບານຄຳມີ ເລຂາຄະນະພັກຮາກຖານ ຫົວໜ້ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ,ມີຫົວຫນ້າ-ຮອງຫົວໜ້າພະແນກການ ອອ້ມຂ້າງແຂວງ,ເຈົ້າເມືອງ-ຮອງເຈົ້າເມືອງ 10 ເມືອງ,ຫົວໜ້າ-ຮອງຫົວຫນ້າຫ້ອງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ 10 ເມືອງ ພ້ອມດ້ວຍພະນັກງານ - ວິຊາການເຂົ້າຮ່ວມ.

ກອງປະຊຸມໄດ້ຮັບຟັງບົດສະຫຼຸບການຈັດຕັ້ງປະຕິບັດວຽກງານ ຂອງພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ ໃນ 1 ປີຜ່ານມາ ເຊິ່ງໄດ້ຍົກໃຫ້ເຫັນຫນ້າວຽກທີ່ຈັດຕັ້ງປະຕິບັດໄດ້ ຊື່ງສະແດງອອກໄດ້ລົງຕິດຕາມກວດກາຂົງເຂດວຽກງານຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ 10 ເມືອງ,ສຳເລັດການປັບປຸງແຜນ 5 ປີແຕ່ 2016-2020 ແລະ ແຜນການປີ2021 ຫາ 2025,ບັນດາຕົວຊີ້ວັດ ແລະ ບັນດາບູລິມະສິດ ປະກອບເອກະສານສະເໜີໂຄງການຈັດສັນ ແລະ ວາງແຜນການຄຸ້ມຄອງນຳໃຊ້ທີ່ດິນຢ່າງເປັນລະບົບໃນ 6 ເມືອງ 30 ບ້ານ ເພື່ອເຂົ້າແຜນດັດແກ້ໃນປີ 2022,ລົງແກ້ໄຂຂໍ້ຂັດແຍ່ງກ່ຽວກັບທີ່ດິນຢູ່ເມືອງຊຳເໜືອ-ເມືອງຊຽຄໍ້, ຜັນຂະຫຍາຍກົດໝາຍວ່າດ້ວຍການຈັດຊື້-ຈັດຈ້າງ ກົດໝາຍພາສີ ກົດໝາຍທີ່ດິນ ກົດໝາຍແພ່ງ,ສຳເລັດການລົງຊຸກຍູ້ວຽກງານກວດກາຮອບດ້ານຢູ່ບັນດາຂະແຫນງການພາຍໃນພະແນກ ແລະ ຫ້ອງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ 10 ເມືອງ ຈັດແບ່ງຕົວເລກຂື້ນທະບຽນອອກໃບຕາດິນໄດ້ 7000 ຕອນ,ສໍາຫຼວດວັດແທກຂື້ນທະບຽນທີ່ດິນໄດ້ 5 220 ຕອນ,ພີມໃບຕາດິນໄດ້ 3 890 ໃບ,ສ້າງຈຸດຄວບຄຸມ BM ໄດ້ 15 ຈຸດ,ລົງສຳຫຼວດ-ວັດແທກທີ່ດິນລັດຄຸ້ມຄອງເຂດໜອງຄ້າງສຳເລັດ 9 ຕອນ ,ສຳຫຼວດວັດແທກເຂດເຊົ່າສຳປະທານທີ່ດິນຂອງລັດ ແລະ ບັນດາກິດຈະການໄດ້ 15 ຄັ້ງ,ສຳເລັດຝືກອົບຮົມການນຳໃຊ້ລະບົບຖານຂໍ້ມູນຈັດສັນທີ່ດິນໃຫ້ພະນັກງານຂັ້ນເມືອງ,ຈັດສັນທີ່ດິນຂັ້ນບ້ານແບບມີສ່ວນຮ່ວມໄດ້ 54 ບ້ານ ,ຈັດສັນເຂດອຸທິຍາຍແຫຼ່ງຊາດນ້ຳແອດພູເລີຍສຳເລັດ 15 ບ້ານ ຊຸກຍູ້ວຽກງານວາງແຜນການນຳໃຊ້ທີ່ດິນ ແລະ ຄຸ້ມຄອງທີ່ດິນກະສິກຳແບບມີສ່ວນຮ່ວມຂັ້ນບ້ານໄດ້ 15 ບ້ານ ລົງເກັບກຳຂໍ້ມູນ ແລະ ການກຳນົດເຂດປະເມີນລາຄາມູນຄ່າທີ່ດິນຢູ່ 10 ເມືອງ ຕິດຕາມການປ່ອບນ້ຳເປື້ອນ ຂອງເຂື່ອນໄຟຟ້ານ້ຳເປີນ1 ແລະ ວິໄຈເກັບຕົວຢ່າງຄຸນນະພາບນ້ຳ ຂອງບັນດາຫົວໜ່ວຍທຸລະກິດໄດ້ 7 ຫົວໜ່ວຍ ກໍ່ສ້າງສະຖານີຫຼ່າວັດແທກປະລິມານນ້ຳຝົນໄດ້ 5 ຈຸດ ລົງເກັບຂໍ້ມູນຜົນກະທົບດ້ານສິ່ງແວດລ້ອມ ຂອງໂຄງການໄດ້ 18 ໂຄງການ,ອອກໃບຢັ້ງຍືນດ້ານສິ່ງແວດລ້ອມໄດ້ 11 ໂຄງການ ລົງປັກຫຼັກໝາຍໂຄງການໄດ້ 10 ໂຄງການ.

ສຳລັບແຜນການປີ2022 ຈະສືບຕໍ່ປັບປຸງແຜນດຳເນີນງານ 5 ປີ ຂອງພະແນກໃຫ້ເປັນລະບົບ ສັງລວມສະຖິຕິຕົວເລກອອກໃບຕາດິນ,ຕົວເລກອອກໃບຢັ້ງຍືນສິ່ງແວດລ້ອມ,ຕົວເລກລາຍຮັບທີ່ດິນ ແລະ ສິ່ງແວດລ້ອມ,ລົງຕິດຕາມກວດກາຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ,ຕົວເລກວິໄຈຄຸນນະພາບນ້ຳເຂົ້າຖານຂໍ້ມູນໃຫ້ເປັນປົກກະຕິ,ສືບຕໍ່ສຳຫຼວດວັດແທກຂື້ນທະບຽນອອກໃບຕາດິນທົ່ວແຂວງໃຫ້ໄດ້ 7000 ຕອນ,ເຊັນໃບຕາດິນອອກໃຫ້ໄດ້ 6000 ສະບັບ,ປ້ອນຂໍ້ມູນເຂົ້າລາວແລນເຫຼັກ ແລະ ເສັບເວີໃຫ້ສຳເລັດ ເຈັດພັນຕອນ,ຈັດສັນທີ່ດິນຂັ້ນເມືອງໃຫ້ໄດ້ 2 ເມືອງ ແລະ ຈັດສັນທີ່ດິນຂັ້ນບ້ານໃຫ້ໄດ້ 20 ບ້ານ,ສືບຕໍ່ລົງຊຸກຍູ້ບັນດາໂຄງການທີ່ບໍ່ທັນມີໃບຢັ້ງຍືນດ້ານສິ່ງແວດລ້ອມຢູ່ບັນດາເມືອງໃຫ້ໄດ້ 14 ໂຄງການ,ອອກໃບຢັ້ງຍືນການນຳໃຊ້ນ້ຳໜ້າດິນຂະຫນາດກາງໃນຂອບເຂດທົ່ວແຂວງໃຫ້ໄດ້ 2 ໂຄງການ ,ສືບຕໍ່ຈັດຕັ້ງຜັນຂະຫຍາຍຂໍ້ຕົກລົງວ່າດ້ວຍການຈັດຕັ້ງປະຕິບັດວຽກງານສີຂຽວ ສະອາດ ແລະ ງາມຕາໃຫ້ໄດ້ 5 ໂຮງຮຽນ 5 ບ້ານພາຍໃນເມືອງຊຳເໜືອ ,ເມືອງວຽງໄຊ ແລະ ຍັງຈະສືບຕໍ່ຈັດຕັ້ງປຳຕິບັດວຽກງານຕ່າງໆໃຫ້ໄດ້ລະດັບຄາດຫມາຍ.