ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມສຳເລັດ ຊຸດຝຶກອົບຮົມໄລຍະສັ້ນ ກ່ຽວກັບການຂຽນຂ່າວ,ເກັບກຳຂໍ້ມູນຂ່າວ,ຖ່າຍພາບ ແລະ ຕັດຕໍ່ພາບໃຫ້ພະນັກງານໃນຂົງເຂດຊັບພະຍາກອນທຳມະ ຊາດ ແລະ ສິ່ງແວດລ້ອມຂັ້ນແຂວງ, ຂັ້ນເມືອງ ໄດ້ປິດລົງໃນຕອນເຊົ້າວັນທີ 28 ມັງກອນ 2022 ນີ້ ພາຍ ຫຼັງທີ່ໄດ້ດຳເນີນເປັນເວລາ 2 ວັນເຄິ່ງ ຢູ່ທີ່ຫ້ອງປະຊຸມ ພະແນກຊັບພະຍາກອນທຳມະຊາດ ແລະສິ່ງແວດ ລ້ອມແຂວງ ໂດຍມີທ່ານ ນ. ພວງແສງ ໄຊຍະສິດ ຮອງຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ ມີຄູຝຶກຈາກກອງວິຊາການວິທະຍຸ-ໂທລະພາບ ພະແນກຖະແຫຼງຂ່າວ, ວັດທະນະ ທຳ ແລະ ທ້ອງທ່ຽວແຂວງ ແລະ ນັກສຳມະນາກອນ ເຂົ້າຮວ່ມ.

ຊຸດຝຶກອົບຮົມຄັ້ງນີ້ ສຳມະນາກອນ ໄດ້ຮຽນຮູ້ພື້ນຖານຂອງການເກັບກຳຂໍ້ມູນຂ່າວ,ຂຽນຂ່າວ, ຄວາມສຳຄັນຂອງຫົວຂໍ້ຂ່າວ, ໂຄງຮ່າງການເກັບກຳຂໍ້ມູນຂ່າວ, ສິ່ງທີ່ຄວນຫຼີກລຽງໃນການຂຽນຂ່າວ, ການສຳພາດຂ່າວ, ເຕັກນິກພື້ນຖານຂອງການຖ່າຍພາບນີ້ງ, ພາບວີດີໂອປະກອບຂ່າວ, ການຖ່າຍພາບດ້ວຍໂທລະສັບ, ການຕັດຕໍ່ພາບວີດີໂອ ດ້ວຍໂທລະສັບ ແອັບຄາຍມາສ໌ເຕ(KINEMASTER) ພ້ອມນີ້ຍັງໄດ້ແບ່ງກຸ່ມປະຕິບັດຕົວຈິງ ໃນການຂຽນຂ່າວ, ຕັດຕໍ່ ແລະ ຂຶ້ນລາຍງານເປັນກຸ່ມ 

       ຊຸດຝຶກອົບຮົມໄດ້ມີນັກສຳມະນາກອນທັງໝົດ 25 ຄົນ ໃນນີ້ມາຈາກ 9 ເມືອງ ມີ 11 ຄົນ. ຜ່ານການອົບຮົມ ເຫັນວ່ານັກສຳມະນາກອນ ໄດ້ມີຄວາມກະຕືລືລົ້ນ ຢາກຮູ້, ຢາກໄດ້ ເອົາໃຈໃສ່ຄົ້ນຄວ້າຮໍ່າຮຽນ ເຮັດໃຫ້ເຂົາເຈົ້າ ມີຄວາມເຂົ້າໃຈຫຼາຍຂື້ນ ເພື່ອນຳໄປໝູນໃຊ້ ເຂົ້າໃນການສະໜອງຂໍ້ມູນຂ່າວສານ ວຽກງານປິ່ນອ້ອມຂອງພະແນກ, ຫ້ອງການຕົນເອງສັງກັດ ເຮັດໃຫ້ສັງຄົມໄດ້ຮັບຮູ້ເຖິງຜົນງານ ແລະ ຜົນສຳເລັດໃນການຈັດຕັ້ງປະຕິບັດວຽກງານ.

ການຈັດຊຸດອົບຮົມໃຫ້ພະນັກງານ - ລັດຖະກອນ ໃນຂົງເຂດຊັບພະຍາກອນທຳມະຊາດ ແລະ ສິ່ງແວດ ລ້ອມຂັ້ນແຂວງ, ຂັ້ນເມືອງ ຜູ້ທີ່ເຮັດວຽກງານດ້ານຂໍ້ມູນຂ່າວສານ ຄັ້ງນີ້, ເພື່ອເປັນການສ້າງຕາໜ່າງຂ່າວຢູ່ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ ແລະ ຫ້ອງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມເມືອງ ໃຫ້ມີຄວາມເຂັ້ມແຂງ ສາມາດຕອບສະໜອງກັບຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານໃນໄລຍະໃໝ່