Print

ວັນທີ 4 ກຸມພາ 2022 ນີ້ທ່ານ ສໍສະຫວັນ ບານຄຳມີ ຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແຂວງຫົວພັນ ໂດຍໄດ້ຮັບການມອບສິດຈາກທ່ານເຈົ້າແຂວງ ເປັນຜູ້ປະດັບຫຼຽນກາພັດທະນາໃຫ້ທ່ານ ນ. ວຽງວັນ ພົມມະລີ ຜູ້ອຳນວຍການບໍລິສັດນໍ້າເນີນ 1 ແລະ ນໍ້າເນີນ 3 ຢູ່ທີ່ຫ້ອງການບໍລິສັດ ນະຄອນຫຼວງວຽງຈັນ. ເຊິ່ງໄລຍະຜ່ານມາ ບໍລິສັດ ນໍ້າເນີນ 1 ແລະ ນໍ້າເນີນ 3 ໄດ້ມີຜົນງານປະກອບສ່ວນ ຊື້ລົດກະບະໂຟວິນ ມູນຄ່າ 38.000 ໂດລາສະຫະລັດ ມອບໃຫ້ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງຫົວພັນ ເພື່ອນຳໃຊ້ເຂົ້າໃນວຽກງານບໍລິຫານລັດ ໃຫ້ມີຄວາມສະດວກຫຼາຍຂຶ້ນ. ການມອບ-ຮັບ ຫຼຽນກາພັດທະນາໃນຄັ້ງນີ້ ມີພາກສ່ວນກ່ຽວຂ້ອງພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ, ອຳນວຍການບໍລິສັດ ແລະ ຜູ້ຕາງໜ້າບໍລິສັດເຂົ້າຮ່ວມ.