Print

ວັນທີ 8 ກຸມພາ 2022ນີ້ ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມເຊື່ອມຊືມເອກະສານສຳຄັນ ຂອງຂັ້ນເທີງ3ເອກະສານເປັນຕົ້ນ ດຳລັດ ວ່າດ້ວຍຈັນຍາບັນ ແລະ ຄຳແນະນຳການຈັດຕັ່ງປະຕິບັດວຽກງານຈັນຍາບັນຂອງພະນັກງານລັດຖະກອນ, ມະຕິກອງປະຊຸມຄົບຄະນະບໍລິຫານງານພັກແຂວງຄັ້ງທີ6 ສະໄໝທີ່X, ຖະແຫຼງການຂອງກອງປະຊຸມຄົບຄະນະຄັ້ງທີ 6 ຂອງຄະນະກຳມະການສູນກາງພັກກອມມູນິດຈີນສະໄໝທີ່19 ໂດຍການເປັນປະທານ ຂອງສະຫາຍ ສໍສະຫວັນ ບານຄຳມີ ເລຂາຄະນະພັກຮາກຖານ ຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ ເປັນກຽດເຂົ້າຮ່ວມ ມີບັນດາທ່ານຮອງຫົວໜ້າພະແນກ, ຫົວໜ້າຮອງຫົວໜ້າ8ຂະແໜງການ ພ້ອມດ້ວຍພະນັກງານ-ລັດຖະກອນ ເຂົ້າຮ່ວມ 20ກ່ວາຄົນ.
ຫຼັງຈາກນີ້, ບັນດາທ່ານຜູ້ເຂົ້າຮ່ວມກອງປະຊຸມກໍ່ໄດ້ປະກອບຄຳຄິດຄຳເຫັນຕໍ່ບັນດາເອກະສານດັ່ງກ່າວນີ້ໃຫ້ມີຄວາມເຂົ້າໃຈຢ່າງເລິກເຊິ່ງຕື່ມອີກ.