Print

 

ວັນທີ 18 ກຸມພາ 2009 ນີ້, ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແຂວງຫົວພັນ, ໄດ້ສໍາເລັດກອງປະຊຸມຂື້ນແຜນກໍານົດພະນັກງານນໍາພາ-ຄຸ້ມຄອງ (20212025), ຢູ່ທີ່ຫ້ອງປະຊຸມພະແນກຂອງຕົ້ນ ໂດຍການເປັນປະທານຂອງ ທ່ານ ສໍສະຫວັນ ບານຄໍາມີ ຫົວຫນ້າພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງ, ມີຜູ້ຕ່າງ ຈາກຄະນະຈັດຕັ້ງ, ກວດກາແຂວງ, ພະນັກງານລັດຖະກອນພາຍໃນພະແນກເຂົ້າຮ່ວມ,

 

 ກອງປະຊຸມໄດ້ຮັບຟັງການເຊື່ອມຊຶມຄໍາແນະກ່ຽວກັບການຈັດຕັ້ງປະຕິບັດມະຕິຂອງກົມການເມືອງສູນ ກາງພັກວ່າດ້ວຍວຽກງານຄຸ້ມຄອງພະນັກງານ ແລະ ວຽກງານການສ້າງແຜນກໍານົດ ພະນັກງານນໍາພາ-ຄຸ້ມຄອງ ສະບັບເລກທີ 292 ລົງວັນທີ 26 ເມສາ 2013, ມະຕິຂອງກົມ ການເມືອງສູນກາງພັກ ສະບັບເລກທີ 032 ແລະ 030 ລົງວັນທີ 3 ມັງກອນ 2013 ວ່າດ້ວຍ ມາດຖານຂອງພະນັກງານນໍາພາ-ຄຸ້ມຄອງ ເພຶ່ອສ້າງແຜນກໍານົດພະນັກງານ ແລະ ການຄາດ ຄະເນເປົ້າຫມາຍພະນັກງານທີ່ຈະຈັດວາງເຂົ້າໃນຕໍາແຫນງ ນໍາພາ-ຄຸ້ມຄອງແຕ່ລະຂັ້ນ, ແຕ່ລະຂະແຫນງການ, ແນ່ໃສ່ຮັບປະກັນລັກສະນະສືບທອດປ່ຽນແທນຕໍ່ເນື່ອງໃນສະເພາະຫນ້າ ແລະ ຍາວນານ, ພ້ອມທັງເປັນການກະກຽມບຸກຄະລະກອນໃນລັກສະນະເປີດກ້ວາງມີເປົ້າຫມາຍ ເລືອກເຟັ້ນພະນັກງານນໍາພາ-ຄຸ້ມຄອງ ຕອບສະຫນອງທາງດ້ານຈໍານວນ ແລະ ຄຸນນະພາບ, ໂຄງປະກອບບຸກຄະລະກອນໃຫ້ຄົບຕາມຄວາມຮຽກຮອ້ງຕ້ອງການຂອງບັນດາຕໍາເເຫນ່ງ ພະນັກງານນໍາພາ-ຄຸ້ມຄອງແຕ່ລະຂັ້ນ, ແຕ່ລະຂະແຫນງການໃນລະບົບການເມືອງ, ຈັດຕັ້ງ ປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ຫັນປະເທດເປັນອຸດສາຫະກໍາ ແລະ ທັນສະໄຫມ ເທຶ່ອລະກ່າວ, ແນ່ໃສ່ປົກປັກຮັກສາ ແລະ ສ້າງສາປະເທດຊາດຕາມຈຸດຫມາຍສັງຄົມນິຍົມ, ຮັບປະກັນການຫັນວຽກງານ ດໍາເນີນຕາມລະບຽບແບບແຜນ ຕອບສະຫນອງຫນ້າທີ່ການເມືອງ ຂອງພັກ-ລັດ ໃນສະເພາະຫນ້າ ແລະ ຍາວນານ, ພ້ອມນີ້ກອງປະຊຸມຍັງໄດ້ລົງຄະແນນແບບ ເປີດເຜີຍ ແລະ ປິດລັບ ເພື່ອຄັດເລືອກເອົາພະນັກງານຜູ້ທີ່ມີມາດຖານເງື່ອນໄຂເພື່ອຈັດເຂົ້າ ໃນຕໍາແຫນງງານການສ້າງເປັນແຜນຂອງພະນັກງານນໍາພາ-ຄຸ້ມຄອງຕາມແຜນການໃນ 5 ປີ ຕໍ່ ຫນ້າ.