ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງຫົວພັນ ສຳເລັດກອງປະຊຸມຈັດພິທີມອບ - ຮັບ ວຽກງານຂຶ້ນທະບຽນອອກໃບຕາດິນໃນ 13 ບ້ານເທດສະບານຕົວເມືອງຊຳເຫນືອ ທີ່ນອນຢູ່ໃນຄວາມຮັບຜິດຊອບ ຂອງພະແນກໃນໄລຍະຜ່ານມາ ມອບໃຫ້ຫ້ອງການ ຊສ ເມືອງຊຳເໜືອຄຸ້ມຄອງສືບຕໍ່ຈັດຕັ້ງປະຕິບັດ ຂື້ນຢູ່ທີ່ຫ້ອງປະຊຸມພະແນກການຂອງຕົນໃນຕອນເຊົ້າ ວັນທີ 02 ມີນາ 2022ນີ້ຢ່າງເປັນທາງການ ພາຍໃຕ້ການເປັນປະທານຮ່ວມ ຂອງທ່ານ ຄໍາຜີວ ສີລາທົນ ຮອງເລຂາພັກເມືອງຜູ້ປະຈຳການ,ທ່ານ ແກ້ວປະສິດ ນຶກມະນີວົງ ຮອງຫົວໜ້າ ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງ,ມີຫົວໜ້າ,ຮອງຫ້ອງການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມເມືອງຊຳເຫນືອ,ພາກສ່ວນກ່ຽວຂ້ອງຂັ້ນແຂວງ,ຂັ້ນເມືອງ ເຂົ້າຮ່ວມເປັນສັກຂີພິຍານນຳ.

ໃນພິທີຍັງໄດ້ຮັບຟັງການລາຍງານບົດສະຫຼຸບສະພາບການຈັດຕັ້ງປະຕິບັດ ວຽກງານການຂຶ້ນທະບຽນອອກໃບຕາດິນ ໄລຍະຜ່ານມາໂດຍຫຍໍ້ຂອງຂະແໜງທີ່ດິນທີ່ຂື້ນກັບພະແນກ  ແລະ ບົດສະຫຼຸບການຈັດຕັ້ງປະຕິບັດວຽກງານຮອບດ້ານ ຂອງຫ້ອງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມເມືອງຊໍາເໜືອ;ຕົກລົງເຫັນດີເປັນເອກະພາບ ຮັບຮອງເອົາບົດສະຫຼຸບທັງສອງພາກສ່ວນ ແລະ ເຫັນດີມອບໃຫ້ຫ້ອງການ ຊສ ເມືອງ ສືບຕໍ່ໃນການຈັດຕັ້ງປະຕິບັດວຽກງານຂຶ້ນທະບຽນອອກໃບຕາດິນພາຍໃນເມືອງຂອງຕົນໃນ 13 ບ້ານເທດສະບານຕົວເມືອງຊໍາເໜືອ ມີສຳເນົ່າເອກະສານອອກໃບຕາດິນທັງໝົດ 4.177 ສໍານວນ,ເຂດນອກບ້ານເທດສະບານເມືອງມີ 56 ສໍານວນ; ເອກະ ສານຄ້າງບໍ່ທັນໄດ້ສໍາຫຼວດ-ວັດແທກ ແລະ ປະກອບສໍານວນເອກະສານ ມີຈໍານວນ 38 ສໍານວນ  ຄື : ນາລີວ 9 ຕອນ, ນາວຽງ 3 ຕອນ, ນາທອງ 4 ຕອນ, ນາໜອງບົວ 4 ຕອນ, ພັນໄຊ 4 ຕອນ, ທາດເມືອງ 5 ຕອນ, ນາອ່າງ 3 ຕອນ, ນາສະກາງ 3 ຕອນ, ມີສຸກ 1 ຕອນ, ໂພນຄໍາ 2 ຕອນ; ໃບແຜນທີ່ດິນຈໍານວນ 664 ສໍານວນ;ດ້ານຂໍ້ມູນ ແລະ ແຜນທີ່ ໄດ້ເກັບສໍາເນົາຢູ່ 3 ລະບົບຄື : ຖານຂໍ້ມູນອັອກໂຕແຄັດ, ບີຊີແອັກຄາວ ແລະ ລາວແລນເລັກ ຊຶ່ງບໍ່ທັນໄດ້ຮັບການຖ່າຍໂອນຂໍ້ມູນ ໃຫ້ເປັນລະບົບອັນດ່ຽວກັນ; ເອກະສານທີ່ດິນຂອງເມືອງຍັງຕົກຄ້າງ ບໍ່ທັນໄດ້ອອກໃບຕາດິນຈໍານວນ 641 ຕອນ ໃຫ້ສືບຕໍ່ຈັດຕັ້ງປະຕິບັດ;ມອບຫ້ອງການ ຊສ ເມືອງ ແຕ່ງຕັ້ງຜູ້ຮັບຜິດຊອບ ຄຸ້ມຄອງເຄື່ອງວັດຖຸອຸປະກອນ ແລະ ບັນດາສໍາເນົາເອກະສານຕ່າງໆ ກ່ຽວກັບການຂຶ້ນທະບຽນອອກໃບຕາດິນ ນັບທັງ ສໍາເນົາການອອກໃບແຜນທີ່ດິນໄລຍະຜ່ານມາ;ອຸປະກອນມອບໃຫ້ເມືອງມີ : ຕູ້ໃສ່ສໍາເນົ່າເອກະສານປະເພດຕູ້ເລດ 2 ຕູ້, ຕູ້ໄມ້ແລະອື່ນໆປະຕິບັດວຽກງານຈົດ ທະບຽນ ປ່ຽນແປງສິດນໍາໃຊ້ທີ່ດິນ : ການມອບໂອນ, ການແບ່ງແຍກ, ໂຮມຕອນດິນ ນັບທັງການອອກໃບຢັ້ງຢືນຄວາມຖືກຕ້ອງ. ສຳລັບຂະແໜງທີ່ດິນ ພະແນກ ຊສ ແຂວງ ຈະໄດ້ສືບຕໍ່ຈັດຕັ້ງປະຕິບັດ: ມີໃບຕາດິນຄ້າງແຈກ ຈໍານວນ  283 ສະບັບ ພາຍຫຼັງມອບສໍາເລັດແລ້ວ ຈະໄດ້ມອບສໍາເນົາເອກະສານໃຫ້ ຫ້ອງການ ຊ ສ ເມືອງຊຳເໜືອ ເກັບມ້ຽນ; ສຳລັບວຽກງານຈົດທະບຽນເຄື່ອນໄຫວສິດນໍາໃຊ້ທີ່ດິນເປັນຕົ້ນ ສັນຍາເຊົ່າ, ສັນຍາຄໍ້າປະກັນ, ຊວດຈໍາ ນັບທັງການອອກໃບຢັ້ງຢືນຄວາມຖືກຕ້ອງ ແລະ ການເຊັນໃບຕາດິນ ແມ່ນພະແນກສືບຕໍ່ຈັດຕັ້ງປະຕິບັດ ເມື່ອໃດທີ່ມີນິຕິກໍາຮອງຮັບເປັນລະອຽດແລ້ວ ແມ່ນຈະໄດ້ມອບໃຫ້ຫ້ອງການ ຊສ ເມືອງ ຕາມເວລາອັນເໝາະສົມ; ສໍາລັບທີ່ດິນເຈັດຈຸດໃຫ້ສົມທົບກັນສືບຕໍ່ຈັດຕັ້ງປະຕິບັດ ແລະ ສະຫຼຸບລາຍງານລະອຽດເປັນແຕ່ລະໄລຍະເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິ ບັດວຽກງານຕໍ່ໜ້າ.