Print

ຕອນແລງວັນທີ່ 4 ມີນາ 2022 ນີ້ ພະແນກຊັບພະຍາກອນທໍາມະຊາດ ແລະ ສີ່ງແວດລ້ອມແຂວງສໍາເລັດກອງປະຊຸມປືກສາຫາລື ແລະ ຮັບຮອງເອົາເນື້ອໃນບົດລາຍງານສີ່ງແວດລ້ອມຂອງແຂວງຫົວພັນຢູ່ທີ່ ພະແນກຂອງຕົນ ໂດຍການເຂົ້າຮ່ວມຂອງ ທ່ານ ສໍສະຫວັນບານຄໍາມີ ຫົວໜ້າພະແນກຊັບພະຍາກອນທໍາມະຊາດ ແລະ ສີ່ງແວດລ້ອມແຂວງ, ມີ ເຈົ້າເມືອງ,ຮອງເຈົ້າເມືອງ, ຫົວໜ້າຮອງຫົວໜ້າຫ້ອງການຊັບພະຍາກອນທໍາມະຊາດ ແລະ ສີ່ງແວດລ້ອມເມືອງ 10 ເມືອງ, ພະນັກງານພາຍໃນພະແນກເຂົ້າຮ່ວມນໍາ.

       

ແຂວງຫົວພັນເປັນແຂວງພູດອຍ, ຫ້ວຍເລີກພູສູງຈີ່ງມີຄວາມສ່ຽງຕໍ່ໄພພິບັດຫລາຍຢ່າງເປັນຕົ້ນແມ່ນ: ໄພນໍ້າຖ້ວມ, ດິນເຊາະເຈື່ອນ, ອາກາດໜາວຈັດ, ພະຍາດລະບາດ, ພະຍຸ ແລະ ອາກາດແຫ້ງ ແລ້ງ, ເຊີ່ງມີຜົນກະທົບຕໍ່ການສ້າງສາພັດທະນາເສດຖະກິດ-ສັງຄົມ, ການດໍາລົງຊິວິດ ແລະ ການສ້າງເສດຖະກິດຄອບຄົວ,ສ່ວນຫຼາຍແຂວງຫົວພັນໄດ້ຖືເອົາການປູກຝັງ-ລ້ຽງສັດເປັນຫຼັກເຂົ້າໃນການພັດທະ ນາຊິວິດການເປັນຢູ່, ຄຽງຄູ່ກັນນີ້ບັນຫາຂີ້ເຫຍື້ອກໍ່ເປັນບັນຫາທີ່ໜັກໜ່ວງທີ່ຈະໄດ້ແກ້ໄຂ, ເພາະວ່າໃນປະຈຸບັນຂີ້ເຫຍື້ອມີການເພີ່ມຂື້ນເລື້ອຍໆ,  ທົ່ວແຂວງຫົວພັນມີ ສະໜາມຂີ້ເຫຍື້ອ 13 ​ແຫ່ງ, ມື້ໜື່ງ 10 ເມືອງທົ່ວແຂວງມີປະລິມານຂີ້ເຫຍື້ອສະສົມປະມານ 75-80 ໂຕນ/ມື້, ໃນນີ້ຂອບເຂດເທດສະບານເມືອງຊໍາເໜືອສະເລ່ຍມີຂີ້ເຫຍື້ອປະມານ 26-28 ໂຕນຕໍ່ມື້, ຕົວເມືອງຊຽງຄໍ້ ສະເລ່ຍ 1-3 ໂຕນຕໍ່ມື້, ເມືອງຮ້ຽມ 4-5 ໂຕນຕໍ່ມື້,ເມືອງວຽງໄຊ 5-6 ໂຕນຕໍ່ມື້,ເມືອງຊໍາໃຕ້ 3-5 ໂຕນຕໍ່ມື້, ເມືອງແອດ 4-5 ໂຕນ/ມື້,   ເມືອງກວັນ 4-5ໂຕນເຄີ່ງຕໍ່ມື້, ສວ່ນຫຼາຍຈະເປັນຂີ້ເຫຍື້ອປະເພດ ເສດອາຫານ, ເສດພືດ, ງ່າໄມ້, ເເກ້ວ, ກະປ່ອງ, ປລາສະຕິກ, ໂລຫະ, ເຈ້ຍ ແລະ ເສດຂີ້ເຫື້ຍອທົ່ວໄປ, ໄລຍະຜ່ານມາເວລາຖີ້ມຂີ້ເຫຍື້ອບໍ່ໄດ້ຂັດແຍກເປັນລະບົບ,ຈິ່ງເຮັດໃຫ້ການຈູດຂີ້ເຫຍື້ອຢູ່ສະໜາມພົບຄວາມຫຍຸ່ງຍາກ, ມີບາງເຂດຍັງຖີ້ມຂີ້ ເຫຍື້ອຊະຊາຍ, ຖີ້ມລົງສູ່ຫ້ວຍນໍ້າ, ຮ່ອງລະບາຍນໍ້າ, ເກີດນໍ້າອຸດຕັນໃນເຂດຕົວເມືອງເຮັດເກີດນໍ້າຖ້ວມໃນເວລາຝົນຕົກ, ເຮັດໃຫ້ນໍ້າເນົ່າເໝັນໃນຊຸມຊົນ, ກາຍເປັນແຫລ່ງແຜ່ເຊື່ອພະຍາດ,  ຖ້າເປັນຂີ້ເຫຍື້ອປະເພດບໍ່ສາມາດຍ່ອຍສະຫຼາຍໄດ້ກໍ່ຈະສົ່ງຜົນກະທົບຕໍ່ໂຄງງສ້າງຂອງດິນ ,ເຮັດໃຫ້ເກີດບັນຫາມົນລະຜິດທາງດ້ານສີ່ງແວດລ້ອມ, ອາກາດ,  ຜົນກະທົບຈາກຂີ້ເຫຍື້ອຈິ່ງເປັນໄພຄຸກຄາມ ຕໍ່ການດໍລົງຊິວິດຂອງມະນຸດ, ສັດ. ສະນັ້ນເພື່ອເປັນການກໍາຈັດຂີ້ເຫຍື້ອ ແລະ ງ່າຍຕໍ່ການທໍາລາຍຂີ້ເຫຍື້ອໃນຕໍ່ໜ້າຈະສືບຕໍ່ປັບປຸງກົນໄກການຂົນສົ່ງ ແລະ ການຈັດການຂີ້ເຫຍື້ອຈະຕ້ອງໄດ້ຂັດແຍກຂີ້ເຫຍື້ອໃຫ້ເປັນລະບົບແຕ່ຕົ້ນທາງກ່ອນຮອດສະໜາມຂີ້ເຫຍື້ອ, ສືບຕໍ່ປັບປຸງລະບົບການຄຸ້ມຄອງ ແລະ ຈັດການຂີ້ເຫຍື້ອໃຫ້ທົ່ວເຖີງ, ເພີ່ມທະວີການບໍລິການເກັບມ້ຽນຂີ້ເຫຍື້ອໃຫ້ເປັນລະບົບເພື່ອຫຼຸດຜ່ອນກາຖີ້ມຂີ້ເຫຍື້ອຊະຊາຍ, ຈັດສັນ ແລະ ປັບປຸງສະຫນາມຂີ້ເຫຍື້ອໃຫ້ເໝາະສົມ, ພ້ອມທັງນໍາໃຊ້ເຕັກໂນໂລຢີທີ່ທັນສະໄໝເຂົ້າໃນການກໍາຈັດຂີ້ເຫຍື້ອ, ສ້າງຈິດສໍານືກ ແລະ ຊຸກຍູ້ ການມີສ່ວນຮ່ວມຂອງທຸກພາກສວ່ນເຂົ້າໃນການຄຸ້ມຄອງ ແລະ ການຈັດສົ່ງສີ່ງເສດເຫຼືອໃຫ້ເປັນລະບົບ, ເພື່ອຕອບສະໜອງໃຫ້ແກ່ການປົກປັກຮັກສາສີ່ງແວດລ້ອມໃຫ້ມີຄວາມສົມດູນ ແລະເປັນການປະກອບສ່ວນສ້າງແຂວງຫົວພັນຕາມທິດສີຂຽວ ແລະ ຍືນຍົງ.