ໂຄງການກໍ່ສ້າງຕິດຕັ້ງລະບົບເຕື່ອນໄຟນໍ້າຖ້ວມສຸ ຢູ່ເມືອງຊໍາເໜືອແຂວງຫົວພັນໄດ້ເລີມລົງມືກໍ່ສ້າງ ແລະ ຕັ້ງມາແຕ່ວັນທີ 3-11 ມີນາ 2022ນີ້. ໄດ້ສໍາເລັດ ລວມມູນຄ່າການກໍ່ສ້າງ ທັງໝົດ 8 ແສນໂດລາສາຫະລັດ ເຊີ່ງໂຄງການດັ່ງກ່າວແມ່ນໄດ້ຮັບການສະນັບສະໜູນຊ່ວຍເຫຼືອລ້າຈາກ ລັດຖະບ້ານເກົາຫຼີ ແລະ ບໍລິສັດອານາຈັກ ພັດທະນາກໍ່ສ້າງຈໍາກັດເປັນຜູ້ຮັບເໝົາກໍ່ສ້າງ.ສະນັ້ນມາໃນຕອນບ່າຍວັນທີ 16 ມີນາ 2022 ນີ້ຄະນະຊຽ່ວຊ່ານ ເກົາຫຼີ, ກົມອຸຕຸນິຍົມ ແລະ ອຸທົກກະສາດກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມສົມທົບກັບພະແນກແນກຊັບພະຍາກອນທໍາມະຊາດ ແລະ ສິງແວດລ້ອມ, ພາກສ່ວນທີ່ກຽ່ວຂອງຂອງແຂວງ ເມືອງຊໍາເໜືອ ໄດ້ລົງກວດກາການກໍ່ສ້າງຕິດຕິດອຸປະກອນລະບົບເຕື່ອນໄຟນໍ້າຖ້ວມສຸ ຢູ່ເມືອງຊໍາເໜືອ ເຊີ່ງມີເຄື່ອງວັດແທກປະລີມານນໍາຝົນ 3 ຈຸດຄື: ຈຸດບ້ານຫົວຊຽງ, ຈຸດບ້ານມວນຄຸ້ມນາເຮືອງ ແລະ ຈຸດສຸສານທະຫານບ້ານຫົວຄັງ, ເຄື່ອງວັດແທກລະດັບນໍ້າ ແລະ ນໍາຝົນຢູ່ຮ່ວມກັນມີຄື: ຈຸດຂົວນໍ້້າຊໍາ ບ້ານຖໍ້າ, ຂົວນໍ້າຊໍາບ້ານກໍ່, ຈຸດຂົວນໍ້າຮັງບ້ານກ້ານ, ຈຸດຂົວນໍ້າຊໍາ3ບ້ານພັນໄຊ, ຈຸດຂົວນໍ້າສວນບ້ານນາທອງ ແລະ ເສົາເຕື່ອໄຟນໍ້າຖ້ວມມີ 5 ຈຸດຄື: ຈຸດຫ້ອງການ ປກສ ເມືອງຊໍາເໜືອ, ຈຸດຫ້ອງການກອງກວດກາພາສີ, ຈຸດສົນຂົວນໍ້າຊໍາ 5 ບ້ານນາສະກາງ, ຈຸດບ້ານມີສຸກ, ຈຸດດິນລວມບ້ານນາວຽງ ຜ່ານການລົງກວດກາເຫັນຫານຕິດຕັ້ງລະບົບອຸປະກອນຖຶກຕ້ອງຕາມຫຼກການ ມາດ ຖານເງື່ອນໄຂເຕັກນິກຂອງຊຽ່ວຊານ ສເກົາລີໄດ້ວາງອອກ ພາຍຫຼັງສໍາເລັດການກວດກາດ້ານເຕັກເຕັກນິກການຕິດຕັ້ງແລ້ວ

ມາໃນຕອນບາຍຂອງວັນທີ 17 ມີນານີ້. ໄດ້ຈັດພິທີຝຶກອົມວິທີການນໍາໃຊ້ໃຫ້ພະນັກງານວິຊາການ ພາກສ່ວນທີຮັບຊອບເຄື່ອງໄດ້ຮັບຮູ້ໃນການນໍາໃຊ້ ເຂົ້າຮ່ວມພິທີຝຶກອົບຮົມ ໂດຍມີ ທ່ານ ພອນສິນ ພົມປານດາ ຮອງຫົວໜາພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງ, ທ່ານ ກິບຈີໂຮ ຜູ້ຕ່າງໜ້າໂຄງການ, ມີວິທະຍາກອນມາຈາກ ຊຽ່ວຊານເກົາຫລີ, ກົມອຸຕຸນິຍົມກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ, ສໍາມະມະນາກອນມາຈາກພະແນກການທີ່ກຽ່ວຂອງ, ວິຊາການຈາກຫ້ອງການຊສເມືອງ10ເມືອງແລະ ບ້ານທີ່ມີສ່ວນຮ່ວມຢູ່ເທດສະບານເມືອງຊໍາເໜືອເຂົ້າຮ່ວມ. ນີ້ກໍ່ເພືອເຮັດໃຫ້ປະຊາຊົນຢູ່ໃນເຂເດທີ່ທີຄວາມສຽງຕໍ່ການເກີດໄຟພິບັດທາງນໍ້າຖວມສຸເຂົ້າບ້ານເຮືອນຂອງຕົ້ນຜູ້ທີ່ຢູ່ລຽບແຄ້ມນໍ້າຢູ່ຕົວເມືອງຊໍາເໜືອໄດ້ມີສະຕິເຜົ່າລະວັງການເກີດໄຟນໍ້າຖ້ວມຈາກໄຟທໍາມະຊາດທີ່ຈະເກີດຂື້ນໃນຍາມມີຝົນຕົກໜັກໃຫ້ມີຄວາມປອດໄຟ.